(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູ ລາວ (7/10), ຕອນບ່າຍວັນທີ 6/10, ຄະນະອະດີດນັກສຶກສາ ຫວຽດນາມ ຢູ່ ລາວ ໄດ້ໄປອວຍພອນບັນດາຄູອາຈານ ລາວ ຢູ່ພະແນກພາສາສາດ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ລາວ, ປະກອບສ່ວນເພີ່ມພຸນຄຸນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ. ທີ່ການຕ້ອນຮັບ, ສາດສະດາຈານ ບົວລີ ປະພາພັນ, ອະດີດຫົວໜ້າພະແນກ, ພ້ອມກັບບັນດາຄູອາຈານຂອງ ພະແນກ ສະແດງຄວາມສະເທືອນໃຈ ແລະ ເອກອ້າງທະນົງໃຈຕໍ່ນັກສຶກສາ ຫວຽດນາມ ລຸ້ນຕ່າງໆທີ່ໄດ້ຮ່ຳຮຽນຢູ່ພະແນກ. ຫົວໜ້າພະແນກພາສາສາດ, ອາຈານ ແສງຟ້າ ເນັ້ນໜັກວ່າ: ນັກສຶກສາ ຫວຽດນາມ ລຸ່ນຕ່າງໆ ທີ່ໄດ້ ແລະ ພວມຮ່ຳຮຽນຢູ່ ລາວ ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ເພີ່ມພຸນຄຸນສ້າງສາຍພົວພັນລະຫວ່າງ ລາວ - ຫວຽດນາມ ໃຫ້ສວຍສົດງົດງາມ, ໝັ້ນຄົງທະນົງແຄມໄປທົ່ວກະລະນານ.