ຄາດ​ວ່າ ກ​ານ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ຈະ​ຟື້ນ​ຟູ​ໃນ​ໄຕ​ມາດ​ທີ IV

(VOVWORLD) -ຕາມທ່ານ Tim Leelahaphan ນັກຊ່ຽວຊານເສດຖະກິດ ຮັບຜິດຊອບ ໄທ ແລະ ຫວຽດນາມ ຂອງທະນາຄານ Standard Chartered ແລ້ວ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ຈະມີໂອກາດຟື້ນຟູຫຼາຍໃນໄຕມາດທີ V/2021.
ຄາດ​ວ່າ ກ​ານ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ຈະ​ຟື້ນ​ຟູ​ໃນ​ໄຕ​ມາດ​ທີ IV - ảnh 1(ພາບປະກອບ: vietnam+)

 ສິ່ງດັ່ງກ່າວ ແມ່ນຂຶ້ນກັບວິວັດການເປີດປະຕູຄືນໃໝ່ຂອງບັນດາວິສາຫະກິດ ແລະ ການເຄື່ອນໄຫວດຳເນີນທຸລະກິດ. ທະນາຄານດັ່ງກ່າວ ກໍໃຫ້ຂໍ້ສັງເກດວ່າ ລະດັບການຟື້ນຟູເສດຖະກິດຂອງ ຫວຽດນາມ ຈະເພີ່ມຂຶ້ນໃນປີ 2022 ແລະ ຮັກສາລະດັບຄາດຄະເນການເຕີບສຳລັບປີ 2022 ແມ່ນຢູ່ໃນລະດັບ 7%.

        ນັກຊ່ຽວຊານທະນາຄານ Standard Chartered ກໍຕີລາຄາວ່າ ສະພາບການໂລກລະບາດ ບວກກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ໄດ້ປະຕິບັດໃນໄລຍະຍາວ ອາດຈະກໍ່ຜົນກະທົບຕໍ່ພື້ນຖານເສດຖະກິດໃນໄລຍະສັ້ນ ແລະ ໄລຍະຍາວ. ເຖິງຢ່າງໃດກໍຕາມ, ຖານະດ້ານການຄ້າຂອງ ຫວຽດນາມ ຍັງສືບຕໍ່ມີຄວາມເຂັ້ມແຂງຢູ່ນັບທັງໃນໄລຍະສັ້ນ ແລະ ໄລຍະປານກາງ.

ຕອບກັບ

ຂ່າວ/ບົດ​ອື່ນ