ຄ່ຳຄືນພົບປະແລກປ່ຽນສິລະປະກ່ຽວກັບນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ

(VOVWORLD) -  “ບົດເພງເດືອນ 10 ດັງກ້ອງກັງວານຕະຫຼອດໄປ”. ເຂົ້າຮ່ວມລາຍການມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນລັດເຊຍ ແລະ ເບລາຣຸດ ປະຈຳ ຫວຽດນາມ ແລະ ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເທ໋ກີ໋.
ຄ່ຳຄືນພົບປະແລກປ່ຽນສິລະປະກ່ຽວກັບນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ  - ảnh 1 ບັນດາຜູ້ແທນເຂົ້າຮ່ວມລາຍການ

ໂດຍສະເຫຼີມສະຫຼອງ “100 ປີແຫ່ງວັນການປະຕິວັດເດືອນ 10 ລັດເຊຍ”, ຕອນຄ່ຳວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບສະຖານທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ ຈັດຕັ້ງຄ່ຳຄືນພົບປະແລກປ່ຽນສິລະປະດ້ວຍຫົວຂໍ້ວ່າ: “ບົດເພງເດືອນ 10 ດັງກ້ອງກັງວານຕະຫຼອດໄປ”. ເຂົ້າຮ່ວມລາຍການມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນລັດເຊຍ ແລະ ເບລາຣຸດ ປະຈຳ ຫວຽດນາມ ແລະ ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເທ໋ກີ໋.

        ຄ່ຳຄືນພົບປະແລກປ່ຽນສິລະປະ “ບົດເພງເດືອນ 10 ດັງກ້ອງກັງວານຕະຫຼອດໄປ” ລວມມີ 2 ພາກຄື: ຈາກການປະຕິວັດເດືອນ 10 ໄປເຖິງເສັ້ນທາງການປະຕິວັດ ຫວຽດນາມ ແລະ ທຳນອງເພງ ຫວຽດນາມ - ລັດເຊຍ. ເຂົ້າຮ່ວມລາຍການນີ້, ທ່ານ ຟານກວາງມີງ, ຜູ້ທີ່ເຄີຍຮ່ຳຮຽນເປັນເວລາຫຼາຍປີຢູ່ສະຫະພັນລັດເຊຍ, ແບ່ງປັນວ່າ:

        “ລາຍການແມ່ນການເຄື່ອນໄຫວແທດຈິງໃຫ້ແກ່ການຕິດພັນສາຍພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ. ຂ້າພະເຈົ້າຄືດັ່ງໄດ້ກັບຄືນໄລຍະຍັງເປັນຊາວໜຸ່ມ ແລະ ໄດ້ຮັບຊົມບັນດາລາຍການສິລະປະໂດຍ ຊາວ ລັດເຊຍ ສະແດງ. ໄດ້ຮ່ຳຮຽນຢູ່ລັດເຊຍ ນັ້ນ, ນ້ຳໃຈຂອງຊາວລັດເຊຍ, ຄູອາຈານ ລັດເຊຍ ທີ່ມີຕໍ່ນັກຮຽນ ຫວຽດນາມ ແມ່ນບໍ່ສາມາດຫຼົງລືມໄດ້.”

        ສ່ວນທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນລັດເຊຍ ປະຈຳ ຫວຽດນາມ Konstantin Vnukov ຢືນຢັນວ່າ:

        “ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງລັດເຊຍຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ສິ່ງດັ່ງກ່າວໄດ້ບັນທຶກໄວ້ໃນປື້ມຍຸດທະສາດການທູດຂອງປະເທດ ລັດເຊຍ ແລະ ການພົວພັນຂອງພວກເຮົາໄດ້ມີກົກເຄົ້າກໍ, ພື້ນຖານສຳຄັນຕົ້ນຕໍແມ່ນການປະຕິວັດເດືອນ 10. ປະຈຸບັນ, ພວກເຮົາມີ 2 ໜ້າທີ່ສຳຄັນທີ່ສຸດ, ນັ້ນແມ່ນການສ້າງພື້ນຖານການຮ່ວມມືດ້ານເສດຖະກິດໃຫ້ດີ, ລົງທຶນການຄ້າພັດທະນາເພື່ອບັນລຸໄດ້ລະດັບສູງໃໝ່ ແລະ ໜ້າທີ່ສຳຄັນທີສອງ ແມ່ນສືບທອດການພົວພັນຮ່ວມມືມິດຕະພາບນັ້ນໃຫ້ແກ່ລຸ້ນໜຸ່ມ.”

ຕອບກັບ

ຂ່າວ/ບົດ​ອື່ນ