ຄຳສັ່ງຢຸດຍິງຢູ່ເຂດກາຊາ ໄດ້ຕໍ່ກຳນົດເວລາຕື່ມອີກ 72 ຊົ່ວໂມງ

ຄຳສັ່ງຢຸດຍິງຢູ່ເຂດກາຊາ ໄດ້ຕໍ່ກຳນົດເວລາຕື່ມອີກ 72 ຊົ່ວໂມງ - ảnh 1
(ພາບປະກອບ: AP)

(vovworld) –  ກ່​ອນທີ່​​ຄຳ​ສັ່ງ​ຢຸດ​ຍິງ​ແກ່ຍາວ​ເປັນ​ເວລາ 3 ວັດ​ ຢຸດຕິລົງ​ພຽງ 2 – 3 ນາທີ ​ໃນ​ຄໍ່າ​ຄືນ​ວັນ​ທີ 13/08, ອິດສຣາ​ແອນ ​ແລະ ບັນດາ​ຜູ້ຕາງໜ້າ​ຂອງປາ​ແລດ​ຕິນ ​ໄດ້​ເຫັນ​ດີ​ແກ່ຍາວ​ຄຳ​ສັ່ງ​ຢຸດ​ຍິງ​ຕ່ືມ​ອີກ 72 ຊົ່ວ​ໂມງ. ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ນາຍົກລັດຖະ​ມົນຕີ​ອິດສຣາ​ແອນ Benjamin Netanyahu ​ແລະ ກະຕຸກ​ຊຸກຍູ້​ອິດສຣາ​ແອນ ສືບ​ຕໍ່ອະ​ນຸມັດ​ຜ່ານ​ຄຳ​ສັ່ງ​ຢຸດ​ຍິງ​ໂດຍ​ຊົ່ວຄາວ​ອື່ນ ເພື່ອ​ເຊື່ອມ​ຕໍ່​ວິວັດ​ການ​ເຈລະຈາ. ​ໃນ​ຂະນະ​ນັ້ນ, ກອງທັບ​ອິດສຣາ​ແອນ ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ເຂດ​ຊາຍ​ແດນ ​ເພື່ອ​ແນ​ໃສ່ລະວັງ​ຕໍ່ຝ່າຍ ຮາ​ມາດ ​ເປີດ​ບັນດາ​ການ​ປຸກ​ໂຈມ​ຕີ​ເມື່ອ​ຄຳ​ສັ່ງ​ຢຸດ​ຍິງ​ໝົດກຳນົດ​ເວລາ. ກ່ອນ​ທີ່​ຄຳ​ສັ່ງ​ຢຸດ​ຍິງ​ໝົດກຳນົດ​ເວລາ​ເປັນ 2 ຊົ່ວ​ໂມງ, ມີ​ລູກ​ຈະ​ຫຼວດ​ລູກ 1 ​ໄດ້​ຍິງ​ໃສ່​ເຂດ​ພາກ​ໃຕ້​ອິດສຣາ​ແອນ, ​ແຕ່​ຮາ​ມາດ ປະຕິ​ເສດ​ປະຕິບັດ​ການ​ປຸກ​ໂຈມ​ຕີ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ