ຄຳສັ່ງ​ຢຸດ​ຍິງ​ຢູ່ ເຂດ Gaza ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 2 ວັນ

(VOVWORLD) - ຂໍ້ຕົກລົງຕໍ່ກຳນົດເວລາ ຢຸດຍິງ ບັນລຸ ໄດ້ ພຽງແຕ່ 2 – 3 ຊົ່ວໂມງ ກ່ອນທີ່ຄຳສັ່ງຢຸດຍິງໃນປັດຈຸບັນສິ້ນສຸດ (ໃນເວລາ 7 ໂມງເຊົ້າຂອງວັນທີ 28 ພະຈິກ ຕາມເວລາທ້ອງຖິ່ນ).
ຄຳສັ່ງ​ຢຸດ​ຍິງ​ຢູ່ ເຂດ Gaza ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 2 ວັນ - ảnh 1ພາບປະກອບ: Reuters

ວັນທີ 27 ພະຈິກ,  ພາຍຫຼັງຄວາມມານະພະຍາມເປັນກາງຂອງ ກາຕາ, ເອຢິບ ແລະ ອາເມລິກາ, ອຳນາດການປົກຄອງ ອິດສະລາແອັນ ແລະ ກຳລັງ ຮາມາດ ໄດ້ເຫັນດີເປັນເອກະພາບ ຕໍ່ການກຳນົດເວລາຂອງຄຳສັ່ງຢຸດຍິງຢູ່ ເຂດ Gaza ຕື່ມອີກ 2 ວັນ, ພ້ອມກັບບາງເງື່ອນໄຂກ່ຽວກັບການແລກປ່ຽນ ຕົວປະກັນ ແລະ ສະເລີຍເສິກ.

ຂໍ້ຕົກລົງຕໍ່ກຳນົດເວລາ ຢຸດຍິງ ບັນລຸ ໄດ້ ພຽງແຕ່ 2 – 3 ຊົ່ວໂມງ ກ່ອນທີ່ຄຳສັ່ງຢຸດຍິງໃນປັດຈຸບັນສິ້ນສຸດ (ໃນເວລາ 7 ໂມງເຊົ້າຂອງວັນທີ 28 ພະຈິກ ຕາມເວລາທ້ອງຖິ່ນ). ຕາມຂໍ້ຕົກລົງສະບັບໃໝ່ນີ້, ອິດສະລາແອັນ  ແລະ ຮາມາດ ເຫັນດີເປັນເອກະພາບຕໍ່ກຳນົດເວລາຢຸດຍິງຕື່ມອີກ 2 ວັນ, ໝາຍຄວາມວ່າຮອດຕອນເຊົ້າວັນທີ 30 ພະຈິກ. ໃນໄລຍະຢຸດຍິງຕື່ມອີກ 2 ວັນນັ້ນ, ສອງຝ່າຍຈະສືບຕໍ່ປະຕິບັດການແລກປ່ຽນຕົວປະກັນ ແລະ ສະເລີຍເສິກ ດ້ວຍກົນໄກ ແລະ ເງື່ອນໄຂທີ່ຄ້າຍຄືກັນກັບໄລຍະຢຸດຍິງ 4 ວັນກ່ອນ.

 ມີຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຂໍ້ຕົກລົງຢຸດຍິງຢູ່ເຂດ Gaza ແລະ ຖືນີ້ແມ່ນບາດກ້າວທີ່ຈຳເປັນເພື່ອຈຳກັດຈຳນວນສາມັນຊົນທີ່ເສຍຊີວິດ ແລະ ຮັບບາດເຈັບ, ພ້ອມທັງເປີດໂອກາດເຈລະຈາເພື່ອມຸ່ງໄປເຖິງຄຳສັ່ງຢຸດຍິງໃນໄລຍະຍາວຢູ່ເຂດ Gaza.

ຕອບກັບ

ຂ່າວ/ບົດ​ອື່ນ