ຄຳເຫັນຂອງນາຍົກລັດຖະມົນຕີຫງວຽນເຕີນຢູ້ງທີ່ເວທີປາໄສເສດຖະກິດອາຊີຕາເວັນອອກ2014
ທ່ານຫງວຽນເຕິນຢຸງກ່າວປາໄສທີ່ເວລທີປາໄສເສດຖະກິດໂລກ 2014
(ພາບ: doisongphapluat.com)
(vovworld) – ກ່າວຄຳເຫັນທີ່ເວທີປາໄສເສດຖະກິດ ອາຊີ ຕາເວັນອອກ ກໍ່ຄືຕອບສຳພາດຕໍ່ສື່ມວນຊົນຢູ່ນອກເຫດການສຳຄັນນີ້, ວັນທີ 22/5, ທ່ານນາຍົກລັດຖະມົນຕີ ໄດ້ ຊີ້ແຈ້ງຈຸດປະສົງຂອງ ຈີນ ເມື່ອຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ. ຫາງສຽງພາຍໃນປະເທດມີຄວາມຕື້ນຕັນໃຈພິເສດເມື່ອທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢັ້ງຢືນວ່າ: “ຫວຽດນາມ ຕັດສິນໃຈບໍ່ແລກອະທິປະໄຕເອົາຄວາມມິດຕະພາບແບບລະເມີເຟີຝັນ”, ຖືວ່າ: ນີ້ແມ່ນສຽງເວົ້າທີ່ແຂງແກ່ນທີ່ສຸດກ່ຽວກັບເອກະລາດ, ຄວາມເປັນເຈົ້າຕົນເອງ, ອະທິປະໄຕ ຂອງປະເທດຊາດ, ຕໍ່ໜ້າປະຊາຄົມໂລກ. ບັນດາ ສສຊ ຫວຽດນາມ ພວມເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ລ້ວນແຕ່ສະແດງທັດສະນະເຫັນດີເຫັນພ້ອມກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ.
ທ່ານ ເຈີນຢູລີກ, ສສຊ ນະຄອນ ໂຮ່ຈີມິນ
ທ່ານ ເຈີນຢູລີກ, ສສຊ ນະຄອນ ໂຮ່ຈີມິນ, ຖືວ່າ:
“ຂ້າພະເຈົ້າຕີລາຄາບັນດາການສະແດງທ່າທີຂອງ ຫວຽດນາມ ກໍ່ເຮັດໃຫ້ ຈີນ ຕ້ອງເບິ່ງຄືນຜົນປະໂຫຍດ ແລະ ຜົນຮ້າຍກ່ຽວກັບນະໂຍບາຍຂອງເຂົາເຈົ້າ. ເຂົາເຈົ້າຕ້ອງພິຈາລະນາຄືນວ້ ໄດ້ຮັບຜົນຫຍັງ ເມື່ອປະຊາຄົມໂລກພ້ອມກັນກ່າວປະນາມເຂົາເຈົ້າ. ສຳລັບ ຫວຽດນາມ, ສິ່ງສຳຄັນທີ່ສຸດໃນປະຈຸບັນແມ່ນຕ້ອງສາມັກຄີທົ່ວປວງຊົນ ແລະ ມີວິທີຕໍ່ສູ້ເໝາະສົມ, ຄົບຊຸດໃນທຸກດ້ານ.”
ສ່ວນທ່ານຫງວຽນບ໋າທ່ວຽນ, ສສຊ ແຂວງ ເລີມດົ່ງ, ເນັ້ນໜັກວ່າ:
“ນາຍົກລັດຖະມົນຕີໄດ້ຮັບຟັງຄຳເຫັນຂອງປະຊາຊົນ ແລະ ສະແດງຄຸນນະທາດຂອງຕົນ. ຕາມຂ້າພະເຈົ້າແລ້ວ, ທະເລຕາເວັນອອກແມ່ນບັນຫາເຄັ່ງຮ້ອນໃນປະຈຸບັນ. ກ່ອນນີ້ ພວກເຮົາມີຄຳຂວັນ “ທົ່ງນາແມ່ນສະໜາບຮົບ, ຊາວກະສິກຳແມ່ນນັກຮົບ, ຈົກ, ຄັນໄຖແມ່ນອາວຸດ, ແນວຫຼັງແຂ່ງຂັນກັບແນວໜ້າ”. ປະຈຸບັນ ຂ້າພະເຈົ້າຂໍປ່ຽນຄືນວ່າ: “ທະເລແມ່ນສະໜາມຮົບ, ແຫ, ກຳປັ່ນແມ່ນອາວຸດ, ດິນຕໍ່ແຜ່ນແຂງຂັນກັບທະເລ, ໝູ່ເກາະ” ເພື່ອລະດົມກຳລັງໃຈປະຊາຊົນຂອງພວກເຮົາປົກປັກຮັກສາທະເລຂອງລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້.”