ຜູ້ແທນເຂົ້າຮ່ວມງານຊຸມນຸມມິດຕິງ
(ພາບ: vov)
(vovworld)- ຕອນເຊົ້າວັນທີ 24/11, ຢູ່ຮ່າໂນ້ຍ, ໄດ້ຈັດງານຊຸມນຸມມິດຕິງ ຕອບສະໜອງວັນລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ (ຄືວັນທີ 25/11) ດ້ວຍຫົວເລື່ອງ “ຮ່ວມແຮງຮ່ວມໃຈຕ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ“. ກ່າວຄຳເຫັນໄຂງານຊຸມນຸມມິດຕິງ, ທ່ານຫງວຽນກວກເກື່ອງ, ປະທານສະມາຄົມຊາວກະວິສິກອນຫວຽດນາມ ຖືວ່າ: ຜູ້ຊາຍມີບົດບາດສຳຄັນທີ່ສຸດໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ:
“ສະມາຄົມຊາວກະສິກອນຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຍູ້ແຮງການໂຄສະນາ, ສຶກສາອົບຮົມ, ຂົນຂວາຍສະມາຊິກຍົກສູງລະດັບຄວາມຮັບຮູ້ໃນທຸກດ້ານ, ປະຕິບັດນະໂຍບາຍກົດໝາຍຂອງລັດເປັນຢ່າງດີ, ພິເສດແມ່ນກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ກົດໝາຍວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ພ້ອມທັງຮຽກຮ້ອງໃຫ້ທົ່ວສັງຄົມ ຈົ່ງໃຫ້ຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ສຳລັບແມ່ຍິງ ແລະ ເດັກຍິງ“.
ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຊີ້ແຈງວ່າ:
“ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ, ບັນດາອົງການຈັດຕັ້ງການເມືອງສັງຄົມຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຍູ້ແຮງການປະຕິດບັດກົດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມ, ຂົນຂວາຍປ່ຽນແປງຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ເພື່ອປ່ຽນແປງການກະທຳໃຊ້ຄວາມຮຸນແຮງໃນຄອບຄົວ ໃນ ປຊຊ ແຕ່ລະຄົນ, ພິເສດແມ່ນຜູ້ຊາຍ. ປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ກ້າວໄປເຖິງລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ“.