ງານຊຸມນຸມມິດຕິງລະດັບຊາດຕອບສະຫນອງ”
ວັນອາຊຽນປ້ອງກັນ,ຄວບຄຸມພະຍາດໄຂ້ເລືອດອອກ
(ພາບ: vnexpress.net)
(vovworld)- ຕອນເຊົ້າວັນທີ 14/6 ຢູ່ ນະຄອນ ໂຮ່ຈິມີນ, ກະຊວງສາທາລະນະສຸກ ສົມທົບກັບຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມີນ ຈັດຕັ້ງງານຊຸມນຸມມິດຕິງຕອບສະຫນອງ “ວັນ ອາຊຽນ ປ້ອງກັນ, ຄວບຄຸມພະຍາດໄຂ້ເລືອດອອກປະຈຳປີ ຄືວັນທີ 15/6. ມີປະມານ 3000 ຄົນເຂົ້າຮ່ວມງານຊຸມນຸມມິດຕິງ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນແທງລອງ, ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ພະຍາດໄຂ້ເລືອດອອກ ແມ່ນຫນຶ່ງໃນບັນດາພະຍາດຕິດແປດແຜ່ລາມອອກຢ່າງວ່ອງໄວທີ່ສຸດໃນໂລກ. ຢູ່ຫວຽດນາມແຕ່ລະປີ ມີ 50.000 ຄົນ- 100.000 ຄົນ ຖືກຕິດພະຍາດດັ່ງກ່າວ, ໃນນັ້ນ 85% ກໍລະນີຕິດພະຍາດແມ່ນຂຶ້ນກັບບັນດາແຂວງທາງພາກໃຕ້. ພາຍຫລັງງານຊຸມນຸມມິດຕິງ, ພະນັກງານການແພດ ໄດ້ລົງທ້ອງຖິ່ນເພື່ອໂຄສະນາ ແລະ ຂົນຂວາຍປະຊາຊົນພ້ອມກັນປ້ອງກັນແລະຄວບຄຸມພະຍາດໄຂ້ເລືອດອອກ.