ງານຕະຫລາດນັດການຄ້າສາກົນ ຫວຽດນາມ ຄັ້ງທີ 28 ຢູ່ຮ່າໂນ້ຍ

(VOVWORLD) -ງານຕະຫລາດນັດການຄ້າສາກົນ ຫວຽດນາມ - VIETNAMEXPO ຄັ້ງທີ 28 ໂດຍກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈັດຕັ້ງ, ດຳເນີນແຕ່ວັນທີ 11 – 14 ເມສາ ຢູ່ຮ່າໂນ້ຍ.
ງານຕະຫລາດນັດການຄ້າສາກົນ ຫວຽດນາມ ຄັ້ງທີ 28 ຢູ່ຮ່າໂນ້ຍ - ảnh 1 ງານຕະຫລາດນັດການຄ້າສາກົນ ຫວຽດນາມ - VIETNAMEXPO ຄັ້ງທີ 28 (ພາບ: TTXVN)

ດ້ວຍຫົວຂໍ້ວ່າ “VIETNAM EXPO - ເພີ່ມທະວີການເຊື່ອມຕໍ່ເສດຖະກິດພາກພື້ນ ແລະ ສາກົນ”, ງານຕະຫລາດນັດດຶງດູດການເຂົ້າຮ່ວມ ຂອງຮ້ານວາງສະແດງ 500 ຮ້ານ ຂອງວິສາຫະກິດ 450 ແຫ່ງທີ່ມາຈາກ 16 ແຂວງ, ນະຄອນຂອງ ຫວຽດນາມ ແລະ 23 ປະເທດ ແລະ ເຂດແຄ້ວນໃນໂລກ.

        ທີ່ງານຕະຫລາດນັດ, ບັນດາວິສາຫະກິດແມ່ນເຄື່ອງໝາຍການຄ້າລະດັບຊາດ, ວິສາຫະກິດເລີ່ມທຸລະກິດ, ວິສາຫະກິດຄ້າຂາຍຜະລິດຕະພັນກະເສດເຂດພາກ…ໄດ້ສະແດງໃຫ້ເຫັນການປ່ຽນແປງໃໝ່ ແລະ ລັກສະນະເປັນເຈົ້າການຢ່າງສູງໃນການເຊື່ອມໂຍງເຂົ້າກັບສາກົນຢ່າງບໍ່ຢຸດຢັ້ງ ດ້ວຍວິທີຍົກສູງຄຸນນະພາບ, ຮັບແບບສິນຄ້າຜະລິດຕະພັນ…

        ໂດຍຜ່ານ 27 ປີ, VIETNAM EXPO ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວສົ່ງເສີມການຄ້າທີ່ມີຂອບຂະໜາດໃຫຍ່ທີ່ສຸດ ແລະ ມີຄວາມໝາຍສຳຄັນສຳລັບຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ