ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມປີ2017ມຸ່ງໄປເຖິງການດຶງດູດແຂກມາຈາກອາເມລິກາ
ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ 2016
ພາບ:laodongthudo
|
(vovworld)- ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ(VITM) 2017 ດ້ວຍຫົວຂໍ້: “ຮ່າໂນ້ຍ - ຈຸດນັດພົບຂອງທ່ອງທ່ຽວຫວຽດນາມ” ຈະດຳເນີນແຕ່ວັນທີ 6-9/4 ຢູ່ ຮ່າໂນ້ຍ. ມາຮອດປະຈຸບັນ ມີ 652 ວິສາຫະກິດ, ອົງການຄຸ້ມຄອງ, ສົ່ງເສີມການທ່ອງທ່ຽວມາຈາກ 43 ແຂວງ, ນະຄອນ ຂອງຫວຽດນາມ ແລະ 25 ປະເທດ, ເຂດແຄ້ວນລົງທະບຽນເຂົ້າຮ່ວມງານຕະຫລາດນັດດັ່ງກ່າວ. ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ ຈະຮ່ວມກັບຮ່າໂນ້ຍດຶງດູດແຂກທ່ອງທ່ຽວ ມາຢ້ຽມຢາມນະຄອນຫລວງ. ຈຸດໃຫມ່ໃນງານຕະຫລາດນັດຄັ້ງນີ້ແມ່ນມຸ່ງໄປເຖິງຕະຫລາດແຂກທ່ອງທ່ຽວມາຈາກ ອາເມລິກາ. ຕາມຄະນະຈັດຕັ້ງແລ້ວ, ຈະເຊື້ອເຊີນຄະນະຜູ້ແທນລວມມີ 15 ບໍລິສັດທ່ອງທ່ຽວ ໂດຍ ການນຳສະຫະສະມາຄົມທ່ອງທ່ຽວ ອາເມລິກາ ນຳຫນ້າ ມາຢ້ຽມຢາມຫວຽດນາມ.