ງານ​ຕະຫຼາດ​ນັດ​ທາງ​ອອນ​ລາຍ Lifestyle ຫວຽດ​ນາມ 2020

(VOVWORLD) -  ໂດຍມີການເຂົ້າຮ່ວມຂອງ ຮ້ານວາງຂາຍສິນຄ້າ 200 ແຫ່ງ ແລະ ດຳເນີນແຕ່ວັນທີ 26 – 28 ທັນວາ 2020, ງານຕະຫຼາດນັດໄດ້ດຶງດູດລູກຄ້າປະທານ 5000 ເທື່ອຄົນ ຢູ່ບັນດາຕະຫຼາດທີ່ເປັນມູນເຊື້ອຄຶ ອາເມລິກາ, ເອີລົບ, ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີ… 
ງານ​ຕະຫຼາດ​ນັດ​ທາງ​ອອນ​ລາຍ Lifestyle ຫວຽດ​ນາມ 2020 - ảnh 1ງານຕະຫຼາດນັດທາງອອນລາຍ Lifestyle ຫວຽດນາມ 2020 (ພາບ: congthuong.vn)

ເປັນຄັ້ງທຳອິດ,ສະຫະສະມາຄົມສົ່ງອອກ ເຄື່ອງ ສິລະປະກຳຫັດຖະກຳຫວຽດນາມ (Vietcraft) ໄດ້ຈັດງານຕະຫຼາດນັດທາງອອນລາຍ Lifestyle ຫວຽດນາມ 2020. ນີ້ແມ່ນງານຕະຫຼາດນັດຂົງເຂດກ່ຽວກັບເຄື່ອງປະດັບປະດາ ແລະ ຂອງຂວັນເປັນທີ່ລະນຶກ ຄັ້ງທຳອິດຂອງ ຫວຽດນາມ ແລະ ໂລກ ໄດ້ໝູນໃຊ້ເຕັກໂນໂລຢີ ໂວດີໂອ 360 ແລະ ພູມປັນຍາທຽມ.

        ໂດຍມີການເຂົ້າຮ່ວມຂອງ ຮ້ານວາງຂາຍສິນຄ້າ 200 ແຫ່ງ ແລະ ດຳເນີນແຕ່ວັນທີ 26 – 28 ທັນວາ 2020, ງານຕະຫຼາດນັດໄດ້ດຶງດູດລູກຄ້າປະທານ 5000 ເທື່ອຄົນ ຢູ່ບັນດາຕະຫຼາດທີ່ເປັນມູນເຊື້ອຄຶ ອາເມລິກາ, ເອີລົບ, ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີ… ເຂົ້າຮ່ວມຊື້ຂາຍ. ລູກຄ້າອາດຈະເຂົ້າຮ່ວມງານຕະຫຼາດນັດຜ່ານເວັບໄຊ http://lifestylevietnam.com. ງານຕະຫຼາດນັດບໍ່ພຽງແຕ່ໄດ້ແນະນຳຜະລິດຕະພັນເທົ່ານັ້ນ ຫາກຍັງ ໂຄສະນາວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ