ງານຕະຫຼາດນັດລະດູບານໃໝ່ປີມະແມ ໄຂຂຶ້ນໃນຕອນຄ່ຳວັນທີ 8/2
|
(vovworld) – ງານຕະຫຼາດນັດລະດູບານໃໝ່ປີມະແມ ໄຂຂຶ້ນໃນຕອນຄ່ຳວັນທີ 8/2, ຢູ່ຮ່າໂນ້ຍ. ດ້ວຍຮ້ານວາງສະແດງ 300 ຮ້ານ, ງານຕະຫຼາດນັດແມ່ນການເຄື່ອນໄຫວວັດທະນະທຳ, ສົ່ງເສີມການຄ້າສຳຄັນຂອງຂະແໜງກະສິກເຊິ່ງຳໄດ້ຮັບການຈັດຕັ້ງປະຈຳປີເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ເພື່ອແນໃສ່ຊຸກຍູ້ການຈຳໜ່າຍບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແລະ ໝູ່ບ້ານອາຊີບທີ່ເປັນມູນເຊື້ອໃນຕະຫຼາດພາຍໃນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ຮາກຖານຜະລິດໂຄສະນາ, ແນະນຳຜະລິດຕະພັນ, ສິນຄ້າ, ຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງບັນດາເຂດພາກໃນທົ່ວປະເທດ, ຜ່ານນັ້ນ, ເພີ່ມກາລະໂອກາດເລືອກເຟັ້ນບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບ, ແຫຼ່ງຜະລິດທີ່ຈະແຈ້ງເຖິງຜູ້ໃຊ້ສອຍ. ທ່ານ ດ່າວວັນໂຮ່, ຜູ້ອຳນວຍການສູນສົ່ງເສີມການຄ້າກະສິກຳ - ຫົວໜ້າຄະນະຈັດຕັ້ງງານຕະຫຼາດນັດ, ໃຫ້ຮູ້ວ່າ:
“ເລື່ອງພັດທະນາຕະຫຼາດຍາມໃດກໍ່ແມ່ນໜ້າທີ່ສຳຄັນອັນດັບໜຶ່ງເພື່ອຊຸກຍູ້ກະສິກຳຜ່ານຜ່າຄວາມທຸກຍາກ, ສືບຕໍ່ພັດທະນາ. ໃນສະພາບການນັ້ນ, ເລື່ອງຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າເວົ້າລວມ ແລະ ງານຕະຫຼາດນັດລະດູບານໃໝ່ ເວົ້າສະເພາະ ມີຄວາມໝາຍສຳຄັນ. ງານຕະຫຼາດນັດແມ່ນບ່ອນເພື່ອໃຫ້ບັນດາວິສາຫະກິດ ໂຄສະນາເຄື່ອງໝາຍການຄ້າ, ຜະລິດຕະພັນປະກອບສ່ວນຊຸກຍູ້ການພັດທະນາການຜະລິດ, ດຳເນີນທຸລະກິດ, ຍົກສູງອິດທິພົນຊື່ສຽງ ແລະ ກຳລັງຄວາມສາມາດແກ້ງແຍ້ງຂອງຕົນ. ງານຕະຫຼາດນັດລະດູບານໃໝ່ປີມະແມ ແມ່ນບ່ອນຊື້ຂາຍບັນດາສິນຄ້າຮັບໃຊ້ບຸນເຕັດປະເພດຕ່າງໆຂອງພໍ່ແມ່ປະຊາຊົນນະຄອນຫຼວງ ແລະ ບັນດາແຂວງ, ນະຄອນຢູ່ອ້ອມຂ້າງ.”