ງານຕະຫຼາດນັດວາງສະແດງExpoMilan2015:ນ້ຳແລະດອກບົວ
ເຮືອນ ຫວຽດນາມ ຢູ່ ExpoMilan2015
(ພາບ: Vietnam+)
(vovworld) – ຕອນຄຳ່ວັນທີ 3/6, ສະຖານທູດອີຕາລີ ປະຈຳ ຫວຽດນາມ ໄດ້ແນະນຳງານຕະຫຼາດນັດວາງສະແດງ Expo Milan 2015 ແລະ ຢ້ຽມຊົມງານວາງສະແດງດ້ວຍຫົວຂໍ້ວ່າ: “ນ້ຳ ແລະ ດອກບົວຢູ່ ອີຕາລີ”. ງານວາງສະແດງໄດ້ຈັດຕັ້ງເນື່ອງໃນໂອກາດວັນຊາດ ອີຕາລີ (2/6) ແລະ ສຸມໃສ່ເຂົ້າໃນຫົວຂໍ້ງານຕະຫຼາດນັດວາງສະແດງ Expo Milan 2015: ງານຕະຫຼາດນັດສາກົນໄດ້ດຳເນີນຢູ່ Milano, ປະເທດ ອີຕາລີ ໃນລະຫວ່າງວັນທີ 1/5-31/10/2105. ໃນຕະຫຼອດເວລາ 6 ເດືອນນີ້, Milano ຈະແມ່ນໃຈກາງທົ່ວໂລກ ເຊິ່ງແມ່ນສະຖານທີ່ຈະວາງສະແດງເຕັກໂນໂລຊີທີ່ທັນສະໄໝຂອງ140 ປະເທດເຂົ້າຮ່ວມງານຕະຫຼາດນັດ. ໃນບັນດາຫົວຂໍ້ຂອງງານຕະຫຼາດນັດ Expo, ງານວາງສະແດງສຸມໃສ່ເຂົ້າໃນການຄົ້ນຄ້ວາ, ປ່ຽນໃໝ່, ໝັ້ນຄົງ ແລະ ປົກປັກຮັກສາສິ່ງແວດລ້ອມ. ນັກທ່ອງທ່ຽວຈະມີໂອກາດຕີລາຄາສູງບັນດາມາດຕະການ ເຊິ່ງ ອີຕາລີ ແລະ ຫວຽດນາມ ສະເໜີ ແລະ ປະຕິບັດໃນງານຕະຫຼາດນັດວາງສະແດງ Expo Milan 2015.