(ພາບປະກອບ::lienbangtravel.com)
(vovworld)- ແຕ່ວັນທີ 8-13/8 ຈະມາເຖິງ, ຢູ່ນະຄອນດ່ານັງ ຈະຈັດໃຫ້ມີງານຕະຫຼາດນັດສາກົນການລົງທຶນ, ການຄ້າ ແລະ ການທ່ອງທ່ຽວແລວເສດຖະກິດຕາເວັນອອກຕາເວັນຕົກດ່ານັງ 2013 ໂດຍຄະນະກຳມະການ ປຊຊ ນະຄອນດ່ານັງ ຈັດຕັ້ງຂຶ້ນ. ຕາມຂ່າວຈາກຄະນະຈັດຕັ້ງແລ້ວ, ຄາດວ່າ, ງານຕະຫຼາດນັດຈະດຶງດູດການເຂົ້າຮ່ວມຂອງປະມານ 280 ວິສາຫະກິດມາຈາກບັນດາປະເທດ ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ ຊື່ງຈະນຳເຄື່ອງໄຟຟ້າ, ເອກເລກໂຕນິກ, ເຕັນໂນໂລຊີຂໍ້ມູນຂ່າວສານ, ອາຫານປຸງແຕ່ງ, ເຄື່ອງຫັດຖະກຳສິລະປະ… ມາວາງສະແດງໃນ 450 ຮ້ານ. ງານຕະຫຼາດນັດຍັງແນະນຳບັນດາຜະລິດຕະພັນທ່ອງທ່ຽວ, ການຄ້າຂອງປະເທດຕ່າງໆໃນແລວເສດຖະກິດຕາເວັນອອກຕາເວັນຕົກ, ບັນດາອົງການຈັດຕັ້ງສາກົນ ແລະ ແຂວງໃນເຂດເສດຖະກິດຈຸດສຸມທາງພາກກາງ-ເຂດໄຕງວຽນ, ວາງວະແດງຜະລິດຕະພັນຮັບໃຊ້ການທ່ອງທ່ຽວ, ຜະລິດຕະພັນຂອງໝູ່ບ້ານອາຊີບ….