ງານຕະຫຼາດນັດອຸດສາຫະກຳການຄ້າ ພາກກາງໄຕຫງວຽນ - ຂົວເຊື່ອນຕໍ່ອາຊີ ກວາງຈິ້ 2012

ງານຕະຫຼາດນັດອຸດສາຫະກຳການຄ້າ ພາກກາງໄຕຫງວຽນ - ຂົວເຊື່ອນຕໍ່ອາຊີ ກວາງຈິ້ 2012 - ảnh 1
( ພາບປະກອບ )

( vovworld ) -    ງານ​ຕະຫຼາດ​ນັດອຸດສາຫະກຳ​ການ​ຄ້າພາກ​ກາງ​ໄຕ​ຫງວຽນ - ຂົວ​ເຊື່ອນ​ຕໍ່ອາຊີ ກວາງ​ຈິ້ 2012 ​ໄດ້​ອັດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 31/7. ​​ໂດຍ​ດຳ​ເນີນ​​ໄປ​ເປັນ​ເວລາ 6 ວັນ, ​ງານ​ຕະຫຼາດ​ນັດໄດ້​ດຶງ​ດູດ ກວ່າ 70.000 ​ເທື່ອ​ຄົນ​ທັງ​ພາຍ​ໃນ ​ແລະ ຕ່າງ​​ແຂວງ​ມາ​ຢ້ຽມ​ຊົມ ​ແລະ ຊື້​ເຄື່ອງຂອງ​ຢູ່​ກວ່າ 500 ຮ້ານ​ວາງສະ​ແດງ ຂອງ 280 ວິ​ສາ​ຫະກິດ. ບັນດາ​ຜະລິດ​ຕະພັນ​ທີ່​ນຳ​ມາ​ວາງສະ​ແດງ, ​ແນະນຳ​ທີ່​ງານ​ຕະຫຼາດນັດ ​ແມ່ນ​ບັນດາ​ຂະ​ແໜງ​ສິນ​ຄ້າ, ຕົ້ນຕໍ່ ​ແລະ ຈຳ​ເປັນ​ດ້ວຍ​ຈຸດໝາຍສຸມ​ໃສ່ພັດທະນາ​ຕະຫຼາດ​ສິ້ນ​ຄ້າ​ທີ່​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ ຕິດ​ພັນ​ກັບ​ການ​ສົ່ງ​ອອກ. ນີ້​ແມ່ນ​ງານ​ຕະຫຼາດ​ນັດທີ່​ມີ​ຂອບ​ຂະໜາດ​ໃຫຍ່​ທີ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ກວາງ​ຈິ້, ​ອັນໄດ້​ດຶງ​ດູດ​​ແຂກ​ມາ​ຢ້ຽມ​ຊົມ​ ​ແລະ ຊື້​ເຄື່ອງຂອງເປັນ​ຈຳນວນຫຼວງ​ຫຼາຍ. ງານ​ຕະຫຼາດ​ນັດໄດ້​ສ້າງ​ໂອກາດ​ຮ່ວມ​ມື​ທຳ​ມາຫາ​ກິນ, ​ເປີດ​ກວ້າງ​ຕະຫຼາດ​ຜະລິດ​ລະຫວ່າງ​ບັນດາ​ແຂວງ​ພາກ​ກາງ - ​ໄຕ​ຫງວຽນ ​ແລະ ບັນດາ​ປະ​ເທດ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ຜ່ານ​ນັ້ນ, ສ້າງ​ເງື່ອນ​ໄຂ​ແມ່ນ​ເພື່ອ​ພົບ​ປະ​ແລກປ່ຽນ, ​ໂຄສະນາ, ​ແນະນຳ​ຜະລິດ​ຕະພັນ​ຂອງ​ບັນດາ​ວິ​ສາ​ຫະກິດນີ້ກໍ​ແມ່ນສະຖານ​ທີ່​ລະຫຼີ້ນສຳ​ລັບ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ແຂວງ​ກວາງ​ຈິ້ ​ໃນ​​ໂອກາດ​ງານ​ບຸນຂົວ​ເຊື່ອນ​ຕໍ່​ອາຊີ 2012 ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ