ງານຕະຫຼາດນັດເຄື່ອງຂອງທີ່ເປັນເອກະລັກສະເພາະເຂດພາກ ຫວຽດນາມ 2022

(VOVWORLD) - ງານຕະຫຼາດນັດແມ່ນໂອກາດທີ່ດີເພື່ອໃຫ້ວິສາຫະກິດ ແລະ ທ້ອງຖິ່ນໃນທົ່ວປະເທດໄດ້ໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະເຖິງຜູ້ບໍລິໂພກ
ງານຕະຫຼາດນັດເຄື່ອງຂອງທີ່ເປັນເອກະລັກສະເພາະເຂດພາກ ຫວຽດນາມ 2022 - ảnh 1ພິທີໄຂຈັດຂຶ້ນໃນວັນທີ 23 ພະຈິກ
(ພາບ:quandoinhandan)

ງານຕະຫຼາດນັດເຄື່ອງຂອງທີ່ເປັນເອກະລັກສະເພາະເຂດພາກ ຫວຽດນາມ ຈັດຂຶ້ນແຕ່ວັນທີ 23  - 27 ພະຈິກ 2022 ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການທີ່ໄດ້ຈັດຂຶ້ນເປັນປະຈຳປີ, ໂດຍສູນສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນ ຮ່າໂນ້ຍ ເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ. ງານຕະຫຼາດນັດແມ່ນໂອກາດທີ່ດີເພື່ອໃຫ້ວິສາຫະກິດ ແລະ ທ້ອງຖິ່ນໃນທົ່ວປະເທດໄດ້ໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະເຖິງຜູ້ບໍລິໂພກ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ເຂົ້າຮ່ວມລະບົບການສະໜອງ, ການຈຳໜ່າຍຢ່າງມີປະສິດທິຜົນຢູ່ຕະຫຼາດນະຄອນຫຼວງ ແລະ ຮັບໃຊ້ການສົ່ງອອກ.

        ງານຕະຫຼາດນັດປີ 2022 ມີຮ້ານວາງສະແດງຂາຍເຄື່ອງຂອງ 260 ຮ້ານຂອງ 360 ຫົວໜ່ວຍ, ວິສາຫະກິດມາຈາກ 54 ແຂວງ, ນະຄອນເຂົ້າຮ່ວມ ແລະ ໄດ້ເຕົ້າໂຮມເອົາຜະລິດຕະພັນຂອງ 63 ແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ