ງານບຸນຊ່ວງເຮືອ Ngo ຊອກຈັງຄັ້ງທີ2,ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ
ງານບຸນຊ່ວງເຮືອ Ngo ຊອກຈັງຄັ້ງທີ 2,
ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ
(ພາບ: dantri)
(vovworld) - ຕອນຄ່ຳວັນທີ 24/11, ຢູ່ສະໜາມຫຼວງແບກດັ່ງ, ນະຄອນຊອກຈັງ, ແຂວງຊອກຈັງໄດ້ຈັດພິທີໄຂງານບຸນຊ່ວງເຮືອ Ngo ຊອກຈັງ ຄັ້ງທີ 2, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ດ້ວຍຫົວຂໍ້ວ່າ “ຊອກຈັງ - ເບີກບານມ່ວນຊື່ນດ້ວຍງານບຸນ”. ນີ້ແມ່ນວັນວັດທະນະທຳ - ກິລາ - ທ່ອງທ່ຽວໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານເສດຖະກິດ, ວັດທະນະທຳ, ທ່ອງທ່ຽວຂອງແຂວງຊອກຈັງ. ທ່ານ ກວກຫວຽດຕຸ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງຊອກຈັງ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າປາດຖະໜາວ່າ, ຈະເສີມຂະຫຍາຍນ້ຳໃຈສາມັກຄີແຫ່ງຊາດ, ກໍຄືເສີມຂະຫຍາຍລັກສະນະມູນເຊື້ອຂອງຊາດ. ພວກຂ້າພະເຂົ້າໄດ້ສ້າງກາລະໂອກາດພົບປະແລກປ່ຽນດ້ານການຄ້າ, ສ້າງກາລະໂອກາດເພື່ອດຶງດູດ, ກໍຄືພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາເຂດແຄ້ວນ, ພິເສດແມ່ນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ຜ່ານນັ້ນ, ພວກຂ້າພະເຈົ້າຫວັງວ່າ ການທ່ອງທ່ຽວແຂວງຊອກຈັງ ຈະສາມາດເສີມຂະຫຍາຍ ຈຸດທີ່ເປັນເອກະລັກພິເສດສະເພາະ, ລັກສະນະທີ່ເປັນມູນເຊື້ອ ໂດຍປະສານສົມທົບກັບລັກສະນະທັນສະໄໝ. ພວກຂ້າພະເຈົ້າຈະສ້າງບາດກ້າວໃໝ່ໃຫ້ຂະແໜງທ່ອງທ່ຽວ”.