ງານບຸນດອກໄມ້ລະດູບານໃຫມ່ປີມະໂຣງ 2012 ໄດ້ໄຂຂຶ້ນຢູ່ສວນສາທາລະນະ ຕາວດ່ານ ນະຄອນ ໂຮ່ຈິມີນໃນຕອນຄຳ່ວັນທີ 18/1. ງານບຸນດອກໄມ້ປີນີ້ໄດ້ແບ່ງເປັນສາມເຂດຕົ້ນຕໍຄື: ເຂດຮັບໃຊ້ບັນດາການເຄື່ອນໄຫວພິທີງານບຸນ, ການສະແດງສິລະປະດົນຕີ ແລະ ສອງເຂດແມ່ນວາງສະແດງດອກໄມ້, ປາປະດັບ, ຫີນສິລະປະຂອງບັນດານັກຈິດຕະກອນພາຍໃນ ແລະ ຕ່າງປະເທດ. ບັນດາຜະລິດຕະພັນ, ວັດຖຸພັນທີ່ນຳມາວາງສະແດງໃນງານບຸນປີນີ້ສ່ວນຫລາຍແມ່ນພັນລະນາເຖິງຮູບພາບໂຕມັງກອນ ແລະ ເຊີດຊູ
ດອກບົວແມ່ນດອກໄມ້ປະຈຳຊາດຂອງຫວຽດນາມ. ອ້າຍ ຫງວຽນແອນຢູ໋ງ ນັກທ່ອງທ່ຽວມາຈາກ ນະຄອນ ຍາຈາງ ເຂົ້າຮ່ວມງານບຸນໃຫ້ຮູ້ວ່າ:
“ປີນີ້ ທັງຄອບຄົວໄດ້ເຂົ້າຮ່ວມງານບຸນດອກໄມ້ລະດູບານໃຫມ່ ຢູ່ ຕາວດ່ານ ແລະ ເຫັນວ່າ ງານບຸນປີນີ້ແມ່ນອຸດົມສົມບູນທີ່ສຸດດ້ວຍດອກໄມ້, ຕົ້ນໄມ້ປະດັບເອ້ສວຍງາມຫລາຍຊະນິດ. ເນື່ອງໃນໂອກາດປີໃຫມ່ ຂ້າພະເຈົ້າຂໍອວຍພອນໃຫ້ໝົດທຸກຄົນມີໂຊກມີໄຊ ແລະ ປະເທດຊາດພັດທະນາ.“
ງານບຸນດອກໄມ້ດັ່ງກ່າວຈະຮັບໃຊ້ປະຊາຊົນຮອດວັນທີ 28/1/2012.