ງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ສ.ເກົາຫຼີ2015

ງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ສ.ເກົາຫຼີ2015 - ảnh 1
ງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ສ.ເກົາຫຼີ2015
(ພາບ: TTXVN)

(vovworld) - ​ງານ​ບຸນພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ - ສ.ເກົາ​ຫຼີ 2015, ໂດຍ​ສູນ​ວັດ​ທະ​ນະ​ທຳ​ສ.ເກົາ​ຫຼີ ປະ​ຈຳ​ຫວຽດ​ນາມ ສົມ​ທົບ​ກັບ​ພະ​ແນ​ກ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ນະ​ຄອນ​ດ່ານັ້ງ​ ຈັດ​ຕັ້ງ, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 12/12, ຢູ່​ນະ​ຄອນ​ດ່ານັ້ງ ເນື່ອງ​ໃນ​ໂອ​ກາດ ສະ​ເຫຼີມ​ສະ​ຫຼອງ 23 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ສ.ເກົາ​ຫຼີ (22/12/1992 – 22/12/2015). ທີ່​ພິ​ທີ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ດ່ານັ້ງ ດັ້ງ​ຫວຽດ​ຢຸງ ຢືນ​ຢັນ​ວ່າ, ໃນ​ຕະ​ຫຼອດ 23 ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​​ໃນ​ທຸກ​ຂົງ​ເຂດຢ່າງບໍ່​ຢຸດຢັ້ງ, ໃນ​ນັ້ນ​ມີ​ການ​ພົບ​ປະ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ. ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມານີ້, ການ​ພົວ​ພັນ​ລະ​ຫວ່າງ​ນະ​ຄອນ​ດ່ານັ້ງ ແລະ ສ.ເກົ​າ​ຫຼີ ນັບ​ມື​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ແຮງ.

      ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ.ເກົາ​ຫຼີ ປະ​ຈຳ​ຫວຽດ​ນາມ Jun Dae Joo ຢືນ​ຢັນ​ວ່າ, ດ່ານັ້ງ ແມ່ນ​ນະ​ຄອນ​​ທີ່ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​​ດ້ານ​ເສດ​ຖະ​ກິດຫຼາຍ​ຢ່າງ. ດ່ານັ້ງ ມີ​ສາຍ​ການ​ບິນ​ໂດຍ​ກົງ​ເຖິງ ສ.ເກົາ​ຫຼີ, ນີ້​ແມ່ນ​ເງື່ອນ​ໄຂສະ​ດວກ​ເພື່ອ​​ໃຫ້​ປະ​ຊາ​ຊົນ​ສ.ເກົາ​ຫຼີ ມາ​ຢ້ຽມ​ຢາມ, ທ່​ອງ​ທ່ຽງ​ຢູ່​ດ່ານັ້ງ.

ຂ່າວ/ບົດ​ອື່ນ