ງານບຸນໄຫວ້ພະຈັນທີ່ອົບອຸ່ນດ້ວຍຄວາມຮັກແພງສະຫງວນໃຫ້ເດັກ

(VOVWORLD) - ຕອນຄ່ຳວັນທີ 2 ກັນຍາ, ສູນຊາວໜຸ່ມ, ເຍົາວະຊົນ, ອະນຸຊົນແຂວງ ນີງບິ່ງ ໄດ້ຈັດຕັ້ງລາຍການ ຕ້ອນຮັບບຸນໄຫວ້ພະຈັນ ປີ 2017 ສະຫງວນໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.
ງານບຸນໄຫວ້ພະຈັນທີ່ອົບອຸ່ນດ້ວຍຄວາມຮັກແພງສະຫງວນໃຫ້ເດັກ - ảnh 1 ພາບປະກອບ

ທີ່ລາຍການ, ພວກນ້ອງນ້ອຍໄດ້ຮັບຊົມການເຊີດສິງໂຕ, ແຫ່ໂຄມໄຟ, ການສະແດງສິລະປະ ແລະ ເຂົ້າຮ່ວມບັນດາການລະຫຼິ້ນພື້ນເມືອງ…

        ແລະກໍ່ໃນວັນດຽວກັນ, ບັນດາທ້ອງຖິ່ນໃນບໍລິເວນແຂວງ ຫວີງລອງ ກໍ່ໄດ້ຈັດຕັ້ງລາຍການຕ້ອນຮັບບຸນໄຫວ້ພະຈັນ ແລະ ມອບຂອງຂວັນໃຫ້ເດັກທຸກຍາກ. ລາຍການນີ້ໄດ້ຮັບການຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂໃຫ້ເດັກທຸກຄົນ, ພິເສດແມ່ນພວກເດັກຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເດັກທີ່ທຸກຍາກໄດ້ຕ້ອນຮັບບຸນໄຫວ້ພະຈັນຢ່າງເບີກບານມ່ວນຊື່ນ ແລະ ມີຄວາມໝາຍ. ແລະກໍ່ໃນວັນດຽວກັນ, ທ່ານ ເຈີ່ນວັນຣ໋ອນ, ເລຂາຄະນະພັກແຂວງ ຫວີງລອງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນບຸນໄຫວ້ພະຈັນໃຫ້ພວກນ້ອງນັກຮຽນພິການ ຢູ່ເມືອງ 8, ນະຄອນ ຫວີງລອງ ແລະ ສູນໜູນຊ່ວຍພັດທະນາການສຶກສາເດັກພິການ ເຊື່ອມຕົວເຂົ້າກັບສັງຄົມແຂວງ ຫວີງລອງ.

        ໃນຂະນະນັ້ນ, ຢູ່ແຂວງ ບີ່ງທ້ວນ, ອະນຸຊົນ, ປະຊາຊົນ ແລະ ແຂກທ່ອງທ່ຽວ ໄດ້ເຕົ້າໂຮມຢູ່ສະໜາມຫຼວງ ຫງວຽນເຕີດແທ່ງ, ນະຄອນ ຟານທຽດ, ເຂົ້າຮ່ວມງານບຸນແຫ່ໂຄມໄຟ 2017. ງານບຸນໄດ້ເຕົ້າໂຮມກ່ວາ 30 ໂຄມໄຟຂະໜາດໃຫຍ່ຂອງບັນດາໂຮງຮຽນມັດທະຍົມຕອນປາຍ ແລະ ໂຮງຮຽນປະຖົມໃນບໍລິເວນນະຄອນ ຟານທຽດ ດ້ວຍການເຂົ້າຮ່ວມຂອງນັກຮຽນປະມານ 3.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ