ງານບຸນ ຫວຽດນາມ ຢູ່ ຍີ່ປຸ່ນ ເຕັມໄປດ້ວຍ ນ້ຳໃຈມິດຕະພາບ
ເອກອັກຄະລັດຖະທູດ ຫວຽດນາມ ດ່ວານຊວນຮືງ ເຂົ້າຮ່ວມງານບຸນ
(ພາບ: Hữu Thắng/TTXVN)
(vovworld) – ຕອນຄຳ່ວັນທີ 15/9, ງານບຸນ ຫວຽດນາມ 2013 ຢູ່ ຍີ່ປຸ່ນ ສິ້ນສຸດລົງດ້ວຍບັນຍາກາດອົບອຸ່ນ, ເຕັ້ມໄປດ້ວຍນ້ຳໃຈມິດຕະພາບ. ນີ້ແມ່ນການເຄື່ອນໄຫວຕົ້ນຕໍ່ໃນເຫດການ “ຊຸມວັນ ຫວຽດນາມ ຢູ່ ຍີ່ປຸ່ນ” ທີ່ຈັດຕັ້ງຢູ່ 5 ນະຄອນໃຫຍ່ຂອງ ຍີ່ປຸ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ເອື້ອຍ Sugiyama, ສະມາຊິກໃນຄະນະຈັດຕັ້ງງານບຸນໃຫ້ຮູ້ວ່າ: ປີນີ້ແມ່ນປີທີ 6 ທີ່ເອື້ອຍເຂົ້າຮ່ວມເຫດການນີ້. ເອື້ອຍ Sugiyama ໃຫ້ຮູ້ວ່າ: ນັບມື້ນັບມີຊາວ ຍີ່ປຸ່ນ ຫຼາຍຄົນຮູ້ຈັກເຖິງງານບຸນ ແລະ ງານບຸນພວມປະກອບສ່ວນຊ່ວຍໃຫ້ປະຊາຊົນ ຍີ່ປຸ່ນ ເຂົ້າໃຈກ່ວາກ່ຽວກັບ ຫວຽດນາມ, ເຊິ່ງແມ່ນປະເທດທີ່ເອື້ອຍຮັກແພງ:
“ບໍ່ພຽງແຕ່ມີອາຫານການກິນເທົ່ານັ້ນ ຫາກຊຸດເຊື້ອຍາວຂອງ ຫວຽດນາມ ກໍ່ງາມແລະ ດຶງດູດໃຈຫຼາຍ. ຂ້າພະເຈົ້າເຫັນວ່າ: ນັບມື້ນັບມີຊາວ ຍີ່ປຸ່ນ ຫຼາຍຄົນນຸ່ງເຊື້ອຍາວ ເຂົ້າຮ່ວມງານບຸນ ຫວຽດນາມ. ຂ້າພະເຈົ້າຍັງເຫັນວ່າ: ຊາວ ຍີ່ປຸ່ນ ບາງຄົນນຸ່ງຊຸດເຊື້ອຍາວໃນງານດອງອີກ. ວັດທະນະທຳ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບຊີວິດຢູ່ ຍີ່ປຸ່ນ ເທື່ອລະກ້າວຢ່າງຈະແຈ້ງ.”