(vovworld) ວັນ Valentine 14/2 ຂອງທຸກປີ ໄດ້ກາຍເປັນວັນທີ່ມີຄວາມໝາຍສຳຄັນສຳລັບຄູ່ຍິງ - ຊາຍຢູ່ໃນໂລກເວົ້າລວມ ແລະ ຢູ່ຫວຽດນາມເວົ້າສະເພາະ. ຢູ່ຮ່າໂນ້ຍ, ງານບຸນ Valentine ຕ້ອນຮັບລະດູບານໃໝ່ 2015 ໄດ້ໄຂຂຶ້ນໃນຕອນຄຳ່ວັນທີ 13/2, ອັນໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ທ່ານ ຫງວຽນແທງຫາຍ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Heartlink, ຫົວໜ້າຄະນະຈັດຕັ້ງເຫດການນີ້ໃຫ້ຮູ້ວ່າ:
“ລາຍການ “ງານບຸນ Valentine ຕ້ອນຮັບລະດູບານໃໝ່ 2015 “ຸມ່ງໄປເຖິງທຸກຄົນທີ່ພວມດຳລົງຊີວິດຢູ່ຮ່າໂນ້ຍ. ຜ່ານລາຍການ, ທຸກຄົນທັງຜູ້ເຖົ້າ ແລະ ຜູ້ໜຸ່ມລ້ວນແຕ່ສະຫງວນອາລົມຈິດ, ຄວາມຮັກແພງໃຫ້ກັນ. ພວກຂ້າພະເຈົ້າຫວັງວ່າລາຍການຈະສ້າງຄວາມຜາສຸກໃຫ້ຜູ້ເຂົ້າຮ່ວມທຸກຄົນ“.
ເຂົ້າຮ່ວມງານບຸນໃນປີນີ້, ທຸກຄົນຈະໄດ້ເຈືອຈານໃນບັນຍາກາດທຳມະຊາດເມື່ອຢ້ຽມຢາມເຂດສວນ Valentine ດ້ວຍຫົວໃຈເປັນດອກກຸຫຼາບ, ຂົວ ແລະ ສ່ວນ ແຫ່ງຄວາມຮັກ. ງານບຸນຍັງສ້າງຄວາມຟົດຟື້ນດ້ວຍລາຍການສະແດງສິລະປະພື້ນເມືອງ. ເພື່ອນ ລືວຫື້ວລອງ, ນັກສຶກສາປີທີ 3, ສະຖາບັນເຕັກນິກການທະຫານ, ແບ່ງປັນວ່າ:
“ຂ້າພະເຈົ້າເຫັນວ່ານີ້ແມ່ນການເຄື່ອນໄຫວທີ່ມີປະໂຫຍດໃຫ້ແກ່ລຸ້ນໜຸ່ມໃນປະຈຸບັນ, ເພາະວ່າມັນບໍ່ພຽງແຕ່ແມ່ນຄວາມຮັກລະຫວ່າງຄູ່ບ່າວສາວເທົ່ານັ້ນ, ຫາກ Valentine ຍັງແມ່ນໂອກາດເພື່ອໃຫ້ທຸກຄົນສະແດງອາລົມຈິດຄວາມຮັກຂອງຕົນນຳກັນອີກດ້ວຍ“.