(vovworld) – ໂດຍສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະບັ້ນຮົບເສັ້ນທາງເລກ 9 ພາກໃຕ້ລາວ (1971 – 2016), ຕອນຄຳ່ວັນທີ 23/3, ໜັງສືພິມເຍີນເຢີນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງຈີ້ ຈັດຕັ້ງລາຍການພົບປະແລກປ່ຽນສິລະປະພິເສດທີ່ມີຊື່ວ່າ “ບົດເພງທາງເລກ 9”. ລາຍການໄດ້ຮັບການຖ່າຍທອດສົດໃນໂທລະພາບ ເຍີນເຢີນ, ໂທລະພາບ ກວາງຈີ້ ແລະ ສະຖານີກະຈາຍສຽງ - ໂທລະພາບບາງທ້ອງຖິ່ນຈາກສະຖານທີ່ ຮ່າໂນ້ຍ ແລະ ດ່ານຊາຍແດນສາກົນ ລາວບ໋າວ, ແຂວງ ກວາງຈີ້. ຜ່ານບັນດາຮູບເງົາ, ສາລະຄະດີເອກະສານ ແລະ ລາຍການພົບປະແລກປ່ຽນ, ການແບ່ງປັນຂອງແຂກຖືກເຊີນ…ລາຍການໄດ້ວາດພາບຈຸດເວລາທີ່ສະຫງ່າລາສີຂອງບັ້ນຮົບເສັ້ນທາງເລກ 9 ພາກໃຕ້ລາວ, ຈາກນັ້ນຢັ້ງຢືນຍຸດທະສາດການທະຫາຍຍອດຢ້ຽມຂອງ ຫວຽດນາມ, ນຳ້ໃຈສະໜິດຕິດພັນ, ສັດຊື່ບໍລິສຸດຂອງ 2 ຊາດ ຫວຽດນາມ - ລາວ. ນີ້ກໍແມ່ນໂອກາດເພື່ອໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈກ່ວາກ່ຽວກັບປະຫວັດສາດຂອງຊາດ, ປະກອບສ່ວນເພີ່ມພຸນຄຸນສ້າງຄວາມເອກອ້າງທະນົງໃຈ ແລະ ຄວາມຮັກຕໍ່ປະເທດຊາດ.