ການສະແດງສິລະປະໃນລາຍການ
(ພາບ: baomoi.com)
|
(vovworld) - ຕ້ອນຮັບບຸນເຕັດປີມະແມ 2015, ຕອນຄຳ່ວັນທີ 13/2, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ໄດ້ຈັດຕັ້ງງານພົບປະແລກປ່ຽນສິລະປະສາກົນ “ຕ້ອນຮັບປີໃໝ່ 2015“. ເຂົ້າຮ່ວມມີທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫວູຊວນຮົ່ງ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເລຮົ່ງເຊີນ, ທ່ານ El Houcine Fardani, ຫົວໜ້າຄະນະທູຕານຸທູດ, ເອກອັກຄະລັດຖະທູດລາຊະອານາຈັກ ມາຣົກ, ພ້ອມກັບຜູ້ຕາງໜ້າສະຖານທູດປະເທດຕ່າງໆ, ບັນດາອົງການສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ, ນັກສຶກສາຕ່າງປະເທດທີ່ພວມຮຳ່ຮຽນ ຢູ່ຮ່າໂນ້ຍ. ລາຍການສະແດງສິລະປະສາກົນດ້ວຍການເຂົ້າຮ່ວມຂອງນັກສິລະປະ 100 ກວ່າຄົນ ເຊິ່ງໄດ້ຂັບຮ້ອງບັນດາບົດເພງຍ້ອງຍໍຫວຽດນາມ, ນະຄອນຫຼວງຮ່າໂນ້ຍ ແລະ ສະແດງວາດຟ້ອນ, ດົນຕີພື້ນເມືອງຂອງປະເທດຕ່າງໆ. ກ່າວຄວາມເຫັນທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເລຮົ່ງເຊີນ ໃຫ້ຮູ້ວ່າ, ລາຍການນີ້ແມ່ນໂອກາດເພື່ອພົບປະ, ສະແດງຄວາມຮູ້ບຸນຄຸນເຖິງບັນດາເພື່ອນມິດສາກົນທີ່ໄດ້ສະໜັບສະໜູນອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງໃນປີຜ່ານມາ, ທັງປະກອບສ່ວນຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນຮ່າໂນ້ຍກັບເພື່ອນມິດປະເທດຕ່າງໆໃນໂລກ.