ງານພົບປະແລກປ່ຽນສິລະປະ”ຮ່ວມແຮງຮ່ວມໃຈບັນເທົາຄວາມລະທົມທຸກຈາກທາດພິດສີສົ້ມ”

ງານພົບປະແລກປ່ຽນສິລະປະ”ຮ່ວມແຮງຮ່ວມໃຈບັນເທົາຄວາມລະທົມທຸກຈາກທາດພິດສີສົ້ມ” - ảnh 1
(ພາບປະກອບ)

(vovworld) - ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ”ຮ່ວມ​ແຮງ​ຮ່ວມ​ໃຈ​ບັນ​ເທົາ​ຄວາມ​ລະທົມ​ທຸກ​ຈາກ​ທາດ​ພິດ​ສີ​ສົ້ມ” ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 2/8 ຢູ່​ນະຄອນ​ໂຮ່ຈີ​ມິນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ, ວັນ​ທີ 10/8, 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ນະຄອນ​ ​ໂຮ່ຈີ​ມິນ. ນອກຈາກ​ບັນດາ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ, ບັນດາ​ຜູ້​ແທນ​ຍັງ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ບຸກຄົນທີ່​ດີ​ເດັ່ນ​ຈຳນວນ​ໜຶ່ງ, ​ເຊິ່ງມີ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ, ຕໍ່ສູ້​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ບັນດາ​ຜູ້​ແທນ​ກໍ່​ໄດ້​ຊົມ​ຮູບ​ພາບ​ກ່ຽວ​ກັບ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນອີກ. ອ້າຍ ຫງວຽນ​ດຶກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຢູ່​ນະຄອນ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

“ປະຈຸ​ບັນ, ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ໄດ້​ມີ​ຊີວິດ​ການ​ເປັນ​ຢູ່​ດີກ​ວ່າ​ເກົ່າ. ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ສັງຄົມ ​ແລະ ພິ​ເສດ​ແມ່ນ​ບັນດາ​ນັກ​ອຸປະຖຳ. ຫວັງ​ວ່າການ​ຊ່ວຍ​ເຫຼືອ​ຂອງ​ສັງຄົມ​ນັບ​ມື້​ນັບ​ຫຼາຍ​ກວ່າ ​ແລະ ວິວັດ​ການ​ໄປ​ຊອກ​ຫາ​ຄວາມ​ຍຸຕິ​ທຳ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ  ຈະ​ຮັບ​ຜົນສຳ​ເລັດ“.

ທີ່​ພິທີສະ​ເຫຼີ​ມສະຫຼອງ 10 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນນະຄອນ​ ​ໂຮ່ຈີ​ມິນ ເປັນ​ກຽດ​ທີ່​ໄດ້ຕ້ອນຮັບ​ໃບ​ຍ້ອງຍໍ​ຂອງ​ນາຍົກລັດຖະມົນຕີ.

ຂ່າວ/ບົດ​ອື່ນ