ທ່ານ ເຈີ່ນຮົ່ງຮ່າ ກ່າວຄຳເຫັນທີ່ງານພົບປະແລກປ່ຽນ
(ພາບ: cpv.org.vn)
(vovworld) – ໃນຕອນຄ່ຳວັນທີ 25/11 ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ແດນມາກ ຈັດຕັ້ງງານພົບປະແລກປ່ຽນ ຫວຽດນາມ - ແດນມາກ ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ແດນມາກ (25/11/1971 – 25/11/2015). ກ່າວຄຳເຫັນທີ່ງານພົບປະແລກປ່ຽນ, ທ່ານ ເຈີ່ນຮົ່ງຮ່າ ປະທານສະມາຄົມມິດຕະພາບ ຫວຽດນາມ - ແດນມາກ ໃຫ້ຮູ້ວ່າ: ງານບຸນດົນຕີສາກົນລົມມໍລະສຸມ (Monsoon Music Festival) ເລີ່ມຈັດຕັ້ງນັບແຕ່ປີ 2014 ໄດ້ນຳມາໃຫ້ມະຫາຊົນ ຫວຽດນາມ ຜະລິດຕະພັນວັດທະນະທຳທີ່ມີຄຸນນະພາບສູງ, ໃຫ້ສ້າງການເຊື່ອມໂຍງສິລະປະທີ່ເປັນເອກະລັກສະເພາະລະຫວ່າງບັນດາປະເທດ ແລະ ພື້ນຖານວັດທະນະທຳຕ່າງໆ. ໂຄງການຮ່ວມມືພັດທະນາ ຫວຽດນາມ - ແດນມາກ ກ່ຽວກັບຂົງເຂດວັດທະນະທຳໄລຍະ 2011 – 2015 ໄດ້ຮັບການຜັນຂະຫຍາຍນັ້ນ, ໄດ້ປະກອບສ່ວນກຳນົດທິດໃຫ້ແກ່ການພັດທະນາຢ່າງຕັ້ງໜ້າ ແລະ ການເຊື່ອມໂຍງຂອງວັດທະນະທຳ ຫວຽດນາມ.
ສ່ວນທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳ ຫວຽດນາມ Charlotte Laursen ໄດ້ຫວນຄືນບັນດາຂີດໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃນຕະຫລອດ 44 ປີຜ່ານມາ. ທ່ານເອກອັກຄະລັດຖະທູດ Charlotte Laursen ຕີລາຄາສູງບັນດາຜົນງານດ້ານເສດຖະກິດ - ສັງຄົມ ຊຶ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ.