ງານພົບປະແລກປ່ຽນ ”ທົ່ວປະເທດມຸ່ງໄປສູ່ ກວາງຈີ້”

ງານພົບປະແລກປ່ຽນ ”ທົ່ວປະເທດມຸ່ງໄປສູ່ ກວາງຈີ້” - ảnh 1
( ພາບປະກອບ )

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກ​ຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7), ຕອນ​ຄຳ່​ວັນ​ທີ 14/7, ສະ​ໂມ​ສອນ ”​ເຊື່ອມ​ຕໍ່​ຜູ້​ມີ​ໃຈ​ກຸສົນ” ຂອງ​ນັກຮຽນ, ນັກ​ສຶກສາ ຮ່າ​ໂນ້ຍ ​ສົມທົບ​ກັບ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ແລະ ສະມາຄົມ​ນັກຮົບ​ເກົ່າ​ແຂວງ ກວາງ​ຈີ້ ຈັດ​ຕັ້ງງານ​ພົບ​ປະ​ແລກປ່ຽນດ້ວຍ​ຫົວ​ເລື່ອງ​ວ່າ ”ທົ່ວ​ປະ​ເທດ​ມຸ່ງ​ໄປ​ສູ່​ກວາງ​ຈີ້”. ບັນດາ​ເພື່ອນ​ຊາວ​ໜຸ່ມ​ຖື​ວ່າ ນີ້​ແມ່ນ​ການ​ຮັບ​ຮູ້​ບຸນຄຸນ​ທີ່​ມີ​ຕໍ່​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ, ອິດ​ສະຫຼະ​ພາບ​ຂອງ​ຊາດ ​ແລະ​ຄວາມ​ສະຫງົບ​ສຸກ​ຂອງ​ປະ​ເທດ. Vu Hoang Nam, ນັກ​ສຶກສາ​ຫວຽດນາມ​ທີ່​ພວມ​ຮຳ່ຮຽນ​ຢູ່​ອາ​ເມ​ລິ​ກາ, ຜູ້​ທີ່​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ນີ້​ໄດ້​ເວົ້າ​ວ່າ:

”ການ​ເຄື່ອນ​ໄຫວ​ນີ້ ​ໄດ້​ນຳ​ມາ​ເຊິ່ງບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ໃຫ້​ແກ່​ພວກ​ນ້ອງ, ​ເພ​າະ​ວ່າ​ພວກ​ນ້ອງ​ຮັບ​ຮູ້​ໄດ້ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ເສຍສະຫຼະ​ອັນ​ໃຫຍ່​ຫຼວງ​ຂອງ​ລຸ້ນພໍ່, ລຸ້ນອ້າຍ. ​ໂດຍ​ແມ່ນ​ນັກ​ສຶກສາ​ຫວຽດນາມ​ທີ່​ພວມ​​ໄດ້​ຮັບ​ການຮຳ່ຮຽນ​ຢູ່​ອາ​ເມ​ລິ​ກາ, ​ແຕ່​ຈິດ​ໃຈ​ນ້ອງ​ຍາມ​ໃດ​ກໍ່​ອ່ວາຍ​ເມືອ​ຫາ​ປະ​ເທດ. ​ໃນ​ບໍ່​ຊ້າ​ນີ້, ​ເມື່ອ​ນ້ອງ​ຮຽນ​ຈົບ​ມະຫາວິທຍາ​ໄລ ຫຼື​ກາຍ​ເປັນ​ປະລິຍາ​ເອກ​ແລ້ວ, ນ້ອງ​ຫວັງ​ວ່າ​ຈະ​ມີ​ໂອກາດ​​ໄດ້ກັບ​ເມືອ​ປະ​ເທດ​ ເພື່ອ​ປະກອບສ່ວນ​ເລັກໆ​ນ້ອຍໆ​ຂອງ​ຕົນ ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ ​ແລະ ຮັກສາ​ບັນດາ​ຜົນງານ​ໂດຍ​ລຸ້ນກ່ອນ​ປະ​ໄວ້”

ຂ່າວ/ບົດ​ອື່ນ