ລາຍການສິລະປະໃນງານພົບປະ
|
(vovworld) - ຕອນຄຳ່ວັນທີ 3/8, ຢູ່ນະຄອນຫລວງ ວຽງຈັນ, ທູດທະຫານ ຫວຽດນາມ ປະຈຳລາວ, ກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງການພົບປະແລກປ່ຽນກັບບັນດາທະຫານລາວລຸ້ນຕ່າງໆທີ່ເຄີຍຮຳ່ຮຽນຢູ່ໂຮງຮຽນການທະຫານຕ່າງໆຂອງຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານ Ta Minh Chau ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວໄດ້ຕີລາຄາສູງການປະກອບສ່ວນຂອງກອງທັບລາວໃນການຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ. ຕາງຫນ້າໃຫ້ທະຫານລາວລຸ້ນຕ່າງໆ, ພົນຈັດຕະວາ ແກນສີ ມະນີວົງ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຂອບອົກຂອບໃຈພັກ, ລັດ, ລັດຖະບານ ແລະ ກອງທັບຫວຽດນາມ ທີ່ໄດ້ຄຽງບ່າຄຽງໄລ່ພ້ອມກັບທະຫານ ແລະ ປະຊາຊົນລາວໃນບັນດາສະຫນາມຮົບເພື່ອຕີສັດຕູໂຕດຽວໃຫ້ປະຊາໄຊແລ້ວ ຫວຽດນາມ ຍັງບຳລຸງສ້າງທະຫານລາວຫລາຍລຸ້ນຄົນ ເພື່ອເປັນບ່ອນອີງຫນັກແຫນ້ນໃຫ້ແກ່ກອງທັບລາວ, ສຳເລັດທຸກຫນ້າທີ່ຊຶ່ງປະເທດຊາດມອບໝາຍໃຫ້.
Quoc Khanh ນັກຂ່າວ VOV ປະຈຳ ສປປລາວ