(VOVWORLD) -ວັນທີ 23 ມິຖຸນາ 2018 ຢູ່ມະຫາວິທະຍາໄລ Amsterdam, ນະຄອນ Amsterdam, ທ່ານປະທານຄະນະກຳມະການອາຊຽນ ຢູ່ La Hay, ທ່ານນາງ ໂງທິຮວ່າ ເອກອັກຄະລັດຖະທູດຫວຽດນາມປະຈຳໂຮນລັງ ໄດ້ເຂົ້າຮ່ວມພິທີໄຂງານມະຫະກຳກິລາອາຊຽນ ຄັ້ງທີ 2 ຢູ່ໂຮນລັງ.
(ພາບປະກອບ: TTXVN)
|
ເຫດການດັ່ງກ່າວ ໂດຍສະມາຄົມນັກສຶກສາຫວຽດນາມປະຈຳໂຮນລັງສົມທົບກັບສະມາຄົມນັກສຶກສາບັນດາປະເທດອາຊຽນປະຈຳໂຮນລັງ ຈັດຕັ້ງຂຶ້ນ, ພາຍໃຕ້ການອຸປະຖໍາຂອງສະຖານທູດຫວຽດນາມ ແລະ ບັນດາສະຖານທູດອາຊຽນ.
ງານມະຫະກຳກິລາ ໄດ້ດຶງດູດການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ແລະ ບັນດາປະເທດອາຊຽນປະຈຳຢູ່ໂຮນລັງ ຈຳນວນ 100 ກວ່າຄົນ. ງານມະຫະກຳກິລາອາຊຽນຄັ້ງທີ 2 ລວມມີ 4 ປະເພດກິລາຕົ້ນຕໍຄື: ບານເຕະມີນີ, ຕີດອກປິກໄກ່, ບານບ້ວງ ແລະ ແລ່ນຖັດໄມ້ ສິ້ນສຸດວັນແຂ່ງຂັນກິລາ, ທິມຫວຽດນາມໄດ້ຮັບໄຊຊະນະໃນການແຂ່ງຂັນກິລາ ບານເຕະ ແລະ ແລ່ນ; ທິມຟິລິບປິນ ຄວ້າໄດ້ລາງວັນຊະນະເລີດກິລາປະເພດບານບ້ວງ ແລະ ທິມຟີລິບປິນຊະນະເລີດກິລາປະເພດຕີດອກປິກໄກ່ຄູ່ ແລະ ດຽວ.