ງານມະຫາກຳຮູບເງົາອາຊຽນ2015ຢູ່ນິວຊີແລນ
ງານມະຫາກຳຮູບເງົາອາຊຽນ2015ຢູ່ນິວຊີແລນ
(ພາບ: vietnamplus)
(vovworld) – ໃນລະຫວ່າງວັນທີ 31/10 – 01/11, ຢູ່ Wellington, ປະເທດນິວຊີແລນ, ສະຖານທູດຫວຽດນາມ ປະຈຳນິວຊີແລນເປັນປະທານ ແລະ ສົມທົບກັບສະຖານທູດບັນດາປະເທດຄື: ອີນໂດເນເຊຍ, ມາເລເຊຍ, ຟິລິບປີນ, ສິງກະໂປ ແລະ ໄທ ປະຈຳນິວຊີແລນ ຈັດຕັ້ງງານມະຫາກຳຮູບເງົາອາຊຽນ 2015 ເພື່ອແນໃສ່ໂຄສະນາກ່ຽວກັບປະເທດຊາດ, ມະມຸດ, ວັດທະນະທຳ ແລະ ຮີດຄອງປະເພນີຂອງອາຊຽນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳນິວຊີແລນ ຫງວຽນຫວຽດຢຸງ, ປະທານຄະນະກຳມະການອາຊຽນ Wellington ເນັ້ນໜັກເຖິງຈຸດປະສົງຂອງງານມະຫາກຳຮູບເງົາອາຊຽນ 2015 ແມ່ນເພື່ອແນໃສ່ຍົກສູງຄວາມຮູ້ຄວາມເຂົ້າໃຈ ຂອງຊາວທ້ອງຖິ່ນ ກໍຄືເພື່ອນມິດສາກົນກ່ຽວກັບອາຊຽນ ພວມກ້າວເດີນບົນເສັ້ນທາງມຸ່ງໄປເຖິງການສ້າງຕັ້ງປະຊາຄົນລວມ ໃນທ້າຍປີ 2015. ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດຢຸງ ຖືວ່າ, ນີ້ແມ່ນເຫດການເພື່ອເພີ່ມທະວີຄວາມສາມັກຄີໃນໝູ່ປະຊາຊົນບັນດາປະເທດອາຊຽນ ຢູ່ນິວຊີແລນ.