(vovworld)- ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XII ປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບວິທະຍຸກະຈາຍສຽງ ໂທລະພາບ ແຂວງ ແຄງຮ່ວາ ຈັດຕັ້ງຈະດຳເນີນຢູ່ ນະຄອນ ຍາຈາງ ແຕ່ວັນທີ 20-22/4.
ຄະນະຈັດຕັ້ງງານມະໂຫລານ
|
ທີ່ການປະຊຸມຂ່າວກ່ຽວກັບງານມະໂຫລານດັ່ງກ່າວ ຊື່ງຈັດຂຶ້ນໃນວັນທີ 14/4, ທ່ານນາງ ຫງວຽນລານເຮືອງ, ເລຂາທິການໃຫຍ່ ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XII ໃຫ້ຮູ້ວ່າ: ປີນີ້ ຄະນະຈັດຕັ້ງໄດ້ຮັບບົດເສັງ 265 ບົດ ຂອງວິທະຍຸ, ວິທະຍຸ- ໂທລະພາບ 60 ແຫ່ງໃນທົ່ວປະເທດ. ບັນດາບົດເຂົ້າຮ່ວມແມ່ນສ່ອງແສງເຖິງກິດຈະການປ່ຽນແປງໃຫມ່ຮອບດ້ານຂອງປະເທດຊາດໃນທຸກຂົງເຂດ: ການເມືອງ, ເສດຖະກິດ, ວັດທະນະທຳ ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ນະໂຍບາຍຊົນເຜົ່າ ແລະ ແນວທາງການຕ່າງປະເທດ, ທ່າອ່ຽງເຊື່ອມໂຍງຂອງປະເທດຊາດໃນໄລຍະໃຫມ່. ພິທີໄຂງານມະໂຫລານດັ່ງກ່າວຈະຈັດຂຶ້ນໃນວັນທີ 20/4 ແລະ ອັດລົງໃນຕອນຄ່ຳວັນທີ 22/4.