ງານມະໂຫລານການທ່ອງທ່ຽວໝູ່ບ້ານອຳຊີບທີ່ເປັນມູນເຊື້ອຮ່າໂນ້ຍ-ຫວຽດນາມ2016
(ງານມະໂຫລານການທ່ອງທ່ຽວໝູ່ບ້ານອຳຊີບ
ທີ່ເປັນມູນເຊື້ອຮ່າໂນ້ຍ-ຫວຽດນາມ2016)
(vovworld) - ງານມະໂຫລານການທ່ອງທ່ຽວໝູ່ບ້ານອຳຊີບທີ່ເປັນມູນເຊື້ອ ຮ່າໂນ້ຍ - ຫວຽດນາມ 2016 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 29/09, ເຊິ່ງປະກອບມີ 250 ຮ້ານຂອງບັນດາໝູ່ບ້ານອາຊີບ ແລະ ວິສາຫະກິດຜະລິດເຄື່ອງສິລະປະຫັດຖະກຳທີ່ເປັນມູນເຊື້ອ, ບັນດາພະແນກທ່ອງທ່ຽວ, ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວບັນດາແຂວງ, ນະຄອນ… ງານມະໂຫລານໄດ້ມີການເຂົ້າຮ່ວມຂອງບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ ແລະ ມີຊື່ສຽງຂອງຮ່າໂນ້ຍຄື: ໝູ່ບ້ານຜະລິດເຄື່ອງສານດ້ວຍຫວາຍ ແລະ ໄມ້ໃຜ່ ຟຸ໋ວິງ, ໝູ່ບ້ານຜະລິດເຄື່ອງສີຂັດມັນ ຫ້າທ໋າຍ, ຫຼໍ່ເງິນ ດິ້ງກົງ, ປັກແສ່ວ ກ໋ວດດົ້ງ… ຈຸດພົ້ນເດັ່ນຂອງງານມະໂຫລານຄັ້ງນີ້ແມ່ນວາດພາບບໍລິເວນໝູ່ບ້ານຜະລິດແພໄໝ ຫວ້ານຟຸກ ແລະ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາເຄືອບ ບ໋າດຈ່າງ. ນັກສິລະປີນປະການ ດຶກຄວາ, ຮອງປະທານສະມາຄົມປັກແສ່ວນະຄອນຮ່າໂນ້ຍ, ເຂົ້າຮ່ວມງານມະໂຫລານຄັ້ງນີ້ ໃຫ້ຮູ້ວ່າ.
“ແຕ່ລະປີໄດ້ເຂົ້າຮ່ວມງານມະໂຫລານບັນດາໝູ່ບ້ານອາຊີບ. ຂ້າພະເຈົ້າປາດຖະໜາຢາກມີບັນດາແນວຄິດ ແລະ ຜະລິດຕະພັນທີ່ເປັນເອກະລັກສະເພາະເພື່ອນຳມາວາງສະແດງ, ແນະນຳໃຫ້ທຸກໆຄົນ. ຜ່ານນີ້, ຂ້າພະເຈົ້າກໍ່ຊອກຮູ້ໄດ້ຄວາມນິຍົມຂອງລູກຄ້າ, ຊອກຫາຄູ່ຮ່ວມມື ຫຼື ບັນດາລູກຄ້າມີຄວາມຕ້ອງການສັ່ງຊື້ບັນດາຜະລິດຕະພັນຂອງພວກຂ້າພະເຈົ້າ, ຜ່ານນັ້ນຈະສ້າງວຽກເຮັດງານທຳຕື່ມອີກໃຫ້ຮາກຖານຜະລິດຂອງຕົນ”.