ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ອີນເດຍຄັ້ງທີ7
ງານມະໂຫລານແຕ່ລະຄັ້ງ ແມ່ນໂອກາດເພື່ອໃຫ້ປະຊາຊົນ
2 ປະເທດພ້ອມກັນຫວນຄືນບັນດາຂີດໝາຍສຳຄັນຂອງການພົວພັນ
(ພາບ: Vietnam+)
(vovworld) – ຕອນຄໍ່າວັນທີ 27/10, ຢູ່ນະຄອນ Hyderabad, ລັດ Telengana, ທາງພາກໃຕ້ອີນເດຍ ໄດ້ໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອີນເດຍ ຄັ້ງທີ 7. ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່ອົງການສັນຕິພາບ ແລະ ສາມັກຄີທົ່ວອີນເດຍ Pallapb Sein Gupta ເນັ້ນໜັກວ່າ, ງານມະໂຫລານແຕ່ລະຄັ້ງ ແມ່ນໂອກາດເພື່ອໃຫ້ປະຊາຊົນ 2 ປະເທດພ້ອມກັນຫວນຄືນບັນດາຂີດໝາຍສຳຄັນຂອງການພົວພັນລະຫວ່າງຫວຽດນາມ - ອີນເດຍ, 2 ປະເທດໄດ້ມີສາຍພົວພັນຮ່ວມມືມິດຕະພາບມາແຕ່ດົນນານ. ສ່ວນທ່ານລັດຖະມົນຕີວ່າການກະຊວງການເງິນລັດ Telengana, Eatala Rajender ໄດ້ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ ແລະ ປາດຖະໜາວ່າ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອີນເດຍ ແລະ AIPSO ຈະຈັດຕັ້ງບັນດາເຫດການຄືແນວນັ້ນໃຫ້ຫຼາຍກວ່າອີກ ແລະ ປາດຖະໜາຢາກໃຫ້ບັນດາອົງການຈັດຕັ້ງມິດຕະພາບໜູນຊ່ວຍໃຫ້ແກ່ເລື່ອງແລກປ່ຽນບັນດາຄະນະຜູ້ແທນວິສາຫະກິດ ເພື່ອປະກອບສ່ວນຊຸກຍູ້ການພັດທະນາດ້ານເສດຖະກິດ.