ງານມະໂຫລານວັດທະນະທຳ, ທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍປີ2015
ງານມະໂຫລານວັດທະນະທຳ ທ່ອງທ່ຽວ ໝູ່ບ້ານອາຊີບ ຮ່າໂນ້ຍ ປີ 2015
|
(vovworld)- ຕອນຄ່ຳວັນທີ 7/10 ຢູ່ຮ່າໂນ້ຍ ໄດ້ໄຂງານມະໂຫລານວັດທະນະທຳ ທ່ອງທ່ຽວ ໝູ່ບ້ານອາຊີບ ຮ່າໂນ້ຍ ປີ 2015 ເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳຂອງໝູ່ບ້ານອາຊີບ ຮ່າໂນ້ຍເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ ພ້ອມທັງເພີ່ມທະວີການຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງບັນດາວິສາຫະກິດທ່ອງທ່ຽວນະຄອນຫລວງ ກັບບັນດາວິສາຫະກິດທ່ອງທ່ຽວພາຍໃນປະເທດ. ທີ່ງານມະໂຫລານຄັ້ງນີ້ ມີ ຮ້ານວາງສະແດງ 300 ຮ້ານ ທີ່ຕາງຫນ້າໃຫ້ບັນດາໝູ່ບ້ານອາຊີບ, ນັກສິລະປະການທີ່ມີຊື່ສຽງຂອງຮ່າໂນ້ຍ: ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານ, ຕ່ຳແຜ່ນ, ພາບພື້ນເມືອງ, ແກະຄວັດສະຫລັກ, ຫລອມທອງແດງ.. ນອກນັ້ນ ຍັງມີບັນດາຮ້ານອາຫານການກິນທີ່ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນຂອງນະຄອນຫລວງ ຮ່າໂນ້ຍ. ນັກສິລະປະການ ຟຸ່ງແອງຮຸ່ງ, ເຈົ້າຂອງຮາກຖານຜະລິດເຄື່ອງດົນຕີພື້ນເມືອງ ດາວຊາ ເຂົ້າຮ່ວມງານມະໂຫລານ ໄດ້ແບ່ງປັນວ່າ:
“ຂ້າພະເຈົ້າເຂົ້າຮ່ວມງານມະໂຫລານຄັ້ງນີ້ ເພື່ອໃຫ້ແຂກເຂົ້າຮ່ວມ ກໍຄືປະຊາຊົນຢູ່ທຸກແຫ່ງ ຮູ້ຈັກເຖິງບັນດາເຄື່ອງດົນຕີພື້ນເມືອງຂອງຊາດ, ເຄື່ອງໝາຍການຄ້າຂອງບ້ານ ດາວຊາ. ເຄື່ອງດົນຕີພື້ນເມືອງຂອງບ້ານ ດາວຊາ ຈະພັດທະນາອອກສູ່ຕ່າງປະເທດ.”