ພາບປະກອບ
|
(vovworld) – ພາຍຫຼັງໄດ້ດຳເນີນມາເປັນເວລາ 5 ວັນ, ດ້ວຍບັນດາການສະແດງດຶງດູດໃຈ, ຕອນຄ່ຳວັນທີ 11/12, ຢູ່ເຂດທ່ອງທ່ຽວ ຫວູງເຕົ່າ Intourco Resort (ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ ຫວູງເຕົ່າ), ງານມະໂຫລານວ່າວສາກົນຄັ້ງທີ 7 ປີ 2016 ຖືກອັດລົງ. ໃນຊຸມວັນດຳເນີນເຫດການ, ມີການເຄື່ອນໄຫວຫຼາຍຢ່າງໄດ້ຮັບການຈັດຕັ້ງ, ດຶງດູດການເຂົ້າຮ່ວມ ແລະ ການລະດົມກຳລັງໃຈຂອງປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ພິເສດ, ໃນຄ່ຳຄືນສະແດງວ່າວສິລະປະຢູ່ເດີນ golf Paradise ເມື່ອຕອນຄ່ຳວັນທີ 10/12, ໄດ້ສ້າງຄວາມປະທັບໃຈເລິກເຊິ່ງໃຫ້ບັນດານັກສິລະປິນ ແລະ ແຂກເຂົ້າຊົມນັບພັນຄົນ. ເຂົ້າຮ່ວມງານມະໂຫລານວ່າວສາກົນຄັ້ງທີ 7 ປີ 2016, ມີນັກສິລະປິນວ່າວ 94 ຄົນ, ໃນນັ້ນມີ 64 ຄົນແມ່ນນັກສິລະປິນຕ່າງປະເທດມາຈາກ 23 ປະເທດ, ເຂດແຄ້ວນ ແລະ ນັກສິລະປິນ 30 ຄົນມາຈາກບັນດາສະໂມສອນວ່າວຂອງ ຫວຽດນາມ.
ຜ່ານການຈັດຕັ້ງ 7 ຄັ້ງ, ງານມະໂຫລານວ່າວສາກົນ ໄດ້ກາຍເປັນເຄື່ອງໝາຍຂອງແຂວງ ບ່າເຣ້ຍ ຫວູງເຕົ່າ ເວົ້າລວມ, ຂອງຂະແໜງທ່ອງທ່ຽວ ບ່າເຣ້ຍ ຫວູງເຕົ່າ ເວົ້າສະເພາະ.