ງານ​ມະ​ໂຫລານ​ ລະ​ຄອນ​ເວົ້າທົ່ວ​ປະ​ເທດ ປີ 2021 ຢູ່​ນະ​ຄອນ​ຫ໋າຍ​ຝ່ອງ

(VOVWORLD) -ງານມະໂຫລານແມ່ນການເຄື່ອນໄຫວປະຈຳປີ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວກຳນົດ ເພື່ອແນໃສ່ຄົ້ນພົບບັນດາຂໍ້ລິເລີ່ມໃໝ່ໃນການອອກແຮງງານສິລະປະ, ວິທີການປະດິດຄິດສ້າງ, ຈາກນັ້ນຊອກຫາບັນດາມາດຕະການ ແລະ ວິທີການເຄື່ອນໄຫວເໝາະສົມກັບບົດບາດໜ້າທີ່, ເງື່ອນໄຂຕົວຈິງ ຂອງແຕ່ລະຫົວໜ່ວຍ.
ງານ​ມະ​ໂຫລານ​ ລະ​ຄອນ​ເວົ້າທົ່ວ​ປະ​ເທດ ປີ 2021 ຢູ່​ນະ​ຄອນ​ຫ໋າຍ​ຝ່ອງ - ảnh 1ງານມະໂຫລານ ລະຄອນເວົ້າທົ່ວປະເທດ ປີ 2021 ຢູ່ນະຄອນຫ໋າຍຝ່ອງ (ພາບ: VOV)

ຕອນຄ່ຳວັນທີ 5 ພະຈິກ, ຢູ່ນະຄອນຫ໋າຍຝ່ອງ, ກົມສິລະປະການສະແດງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບສະມາຄົມນັກສິລະປິນເວທີສະແດງ ຫວຽດນາມ, ພະແນກວັດທະນະທຳ ແລະ ກິລານະຄອນຫ໋າຍຝ່ອງ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດຕັ້ງງານມະໂຫລານລະຄອນເວົ້າທົ່ວປະເທດ ປີ 2021.

ງານມະໂຫລານແມ່ນການເຄື່ອນໄຫວປະຈຳປີ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວກຳນົດ ເພື່ອແນໃສ່ຄົ້ນພົບບັນດາຂໍ້ລິເລີ່ມໃໝ່ໃນການອອກແຮງງານສິລະປະ, ວິທີການປະດິດຄິດສ້າງ, ຈາກນັ້ນຊອກຫາບັນດາມາດຕະການ ແລະ ວິທີການເຄື່ອນໄຫວເໝາະສົມກັບບົດບາດໜ້າທີ່, ເງື່ອນໄຂຕົວຈິງ ຂອງແຕ່ລະຫົວໜ່ວຍ. ງານມະໂຫລານຄັ້ງນີ້ ມີການເຂົ້າຮ່ວມຂອງ 14 ຫົວໜ່ວຍດ້ວຍ 20 ບົດລະຄອນພ້ອມກັບນັກສິລະປິນ, ນັກສະແດງ ກ່ວາ 600 ຄົນເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ