ງານລາຕີຊາວໜຸ່ມກອງທັບຫວຽດນາມ - ລາວ
( ພາບ: qdnd.vn )
( vovworld ) - ເນື່ອງໃນອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ ແລະ ປີສາມັກຄີມິດຕະພາບຫວຽດນາມ - ລາວ, ຕອນຄໍ່າວັນທີ 1/8, ຢູ່ເຊີນໄຕ, ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດງານລາຕີຊາວໜຸ່ມກອງທັບຫວຽດນາມ - ລາວ, ດ້ວຍຫົວຂໍ້ວ່າ “ ຮ່ວມສາຍພູຫຼວງ ເຂັ້ມຂົ້ນໄປດ້ວຍນ້ຳໃຈເພື່ອສະຫາຍ” . ກ່າວຄຳເຫັນທີພິທີໄຂ, ພົນຕີ Dao Duy Minh, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນລະຫວ່າງຫວຽດນາມ - ລາວ, ພ້ອມທັງຢືນຢັນວ່າ ການເຄື່ອນໄຫວດ້ານປ້ອງກັນປະເທດສອງຝ່າຍລະຫວ່າງຫວຽດນາມ ແລະ ລາວ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ພິເສດແມ່ນໄດ້ຮັບການສືບທອດຂອງກຳລັງຊາວໜຸ່ມກອງທັບສອງປະເທດ.
“ໂດຍແມ່ນກຳລັງຕົ້ນຕໍ່, ປະຕິບັດບັນດາໜ້າທີ່ຂອງກອງທັບໂດຍກົງ, ໃນຊຸມປີທີ່ຜ່ານມາ, ພະນັກງານ, ສະມາຊິກຊາວໜຸ່ມກອງທັບສອງປະເທດຫວຍດນາມ - ລາວ ຫຼາຍລຸນຄົນ ໄດ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະເທດຊາດ ແລະ ກອງທັບສອງປະເທດເປັນຢ່າງດີ, ຮຽງບ່າຮຽງໄຫຼ່ຕໍ່ສູ້ຢ່າງພິລະອາດຫານ ແລະ ໄດ້ຮັບໄຊຊະນະຢ່າງສະຫງ່າລາສີໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສົນເປັນກຳລັງຕົ້ນຕໍ່ ການເມືອງ, ກຳລັງຕໍ່ສູ້ທີ່ຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນສອງປະເທດ”.
ງານລາຕີຊາວໜຸ່ມກອງທັບຫວຽດນາມ - ລາວ ແມ່ນໂອກາດເພື່ອໃຫ້ໄວໜຸ່ມສອງປະເທດສືບຕໍ່ປັບປຸງອາລົມຈິດ, ກຳນົດໜ້າທີ່ຂອງຕົນໃນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.