ງານລາຕີ ລະນຶກ 40 ປີແຫ່ງໄຊຊະນະ ຮ່າໂນ້ຍ ດ້ຽນບຽນຝູ ທາງອາກາດ
ພາບ:tienphong.vn
|
(vovworld) - ຕອນຄຳ່ວັນທີ 25/12, ຢູ່ ຮ່າໂນ້ຍ, ກອງບັນຊາການປ້ອງກັນອາກາດ ແລະ ກອງທັບອາກາດ ໄດ້ຈັດຕັ້ງງານລາຕີທີ່ເປັນມູນເຊື້ອ ແລະ ມອບລາງວັນການເສັງຊອກຮູ້ 40 ປີແຫ່ງໄຊຊະນະດ້ຽນບຽນຝູ ທາງອາກາດ” ໂດຍສູນກາງຊາວຫນຸ່ມກອມມູນິດໂຮ່ຈິມິນ ປຸກລະດົມ ແຕ່ວັນທີ 23/10 ຮອດວັນທີ 26/11/2012, ດ້ວຍຈຸດປະສົງແມ່ນສຶກສາມູນເຊື້ອ, ຍົກສູງຄວາມຮັບຮູ້, ຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນ, ພິເສດແມ່ນລຸ້ນຫນຸ່ມ. ບົດຂຽນສົ່ງເຂົ້າຮ່ວມການເສັງຫລາຍບົດແມ່ນບັນດາກິດຈະກຳຄົ້ນຄ້ວາກ່ຽວກັບປະຫວັດສາດທີ່ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ, ອາລົມຈິດ ແລະ ຄວາມເອກອ້າງທະນົງໃຈຂອງບັນດາຜູ້ເຂົ້າຮ່ວມການປົກປັກຮັກສາ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ຜ່ານບັນດາຮູບແບບທີ່ອຸດົມສົມບູນ, ເປັນເອກະລັກສະເພາະ, ການຮຽບຮຽງຮູບພາບທີ່ເປັນຫລາຍຮູບຫລາຍແບບ ແລະ ເອກະສານອັນລ້ຳຄ່າຫລາຍຢ່າງ. ທ່ານ ເຢືອງວັນອານ, ເລຂາສູນກາງຊາວຫນຸ່ມກອມມູນິດ ໂຮ່ຈິມິນ, ຫົວຫນ້າຄະນະຈັດຕັ້ງການເສັງ ໃຫ້ຮູ້ວ່າ:
“ມີນັກຂຽນ, ຫນ່ວຍນັກຂຽນຫລາຍຄົນ ບໍ່ຢ້ານຄວາມລຳບາກກາກກຳໄດ້ໄປເຖິງຫລາຍແຫ່ງເພ່ືອຊອກຫາເອກະສານອັນລ້ຳຄ່າ, ບັນດາຮູບພາບທີ່ມີຄຸນຄ່າແນໃສ່ເຮັດໃຫ້ບົດເສັງຂອງຕົນມີຊີວິດຊີວາກວ່າ. ມີນັກຂຽນບາງຄົນ ເຖິງວ່າເປັນຄົນຕາບອດກໍຕາມ ແຕ່ເຂົາເຈົ້າພະຍາຍາມຂຽນບົດເຕັມໄປດ້ວຍຄວາມຕືນຕັນໃຈ. ອາດຈະເວົ້າໄດ້ວ່າ ບົດຂຽນແຕ່ລະບົດໄດ້ສະແດງໃຫ້ເຫັນອາລົມຈິດ, ຄວາມຮັກແພງ ດ້ວຍຄວາມປາດຖະຫນາຢາກແບ່ງປັນບັນດາເອກະສານ, ຮູບພາບທີ່ມີຄຸນຄ່າຂອງປະເທດຊາດ, ຫວນຄືນອະດີດຕະການອັນສະຫງ່າລາສີເພື່ອມຸ່ງໄປເຖິງຊຸມມື້ທີ່ສົດໃສໃນພາຍພາກຫນ້າ.”
ຄະນະຈັດຕັ້ງໄດ້ມອບລາງວັນພິເສດ 1 ລາງວັນ, ລາງວັນທີຫນຶ່ງ 2 ລາງວັນ, ລາງວັນທີສອງ 5 ລາງວັນ ແລະ ລາງວັນທີສາມ 10 ລາງວັນ ໃຫ້ແກ່ສ່ວນບຸກຄົນ ພ້ອມກັບ 12 ລາງວັນໃຫ້ແກ່ໝູ່ຄະນະທີ່ໄດ້ຜັນຂະຫຍາຍການເສັງດ້ວຍຂອບຂະຫນາດກວ້າງຂວາງ ແລະ ບັນລຸປະສິດທິຜົນຢ່າງແທດຈິງ.