ງານວາງສະແດງກ່ຽວກັບພັກກອມມູນິດຫວຽດນາມແລະສະພາແຫ່ງຊາດຫວຽດນາມ
ງານວາງສະແດງກ່ຽວກັບພັກກອມມູນິດຫວຽດນາມ
ແລະສະພາແຫ່ງຊາດຫວຽດນາມ
(ພາບ: TTXVN)
(vovworld) – ໃນວັນທີ 05/04, ທີ່ຫໍສະໝຸດແຂວງຖາຍງວຽນໄດ້, ດຳເນີນງານວາງວສະແດງ “ພັກກອມມູນິດຫວຽດນາມ, ສະພາແຫ່ງຊາດຫວຽດນາມ - ບັນດາໄລຍະທາງແຫ່ງປະຫວັດສາດ” . ງານວາງສະແດງ, ແນະນຳ ເອກະສານ ກວ່າ 1000 ຢ່າງ ປະກອບມີ ປື້ມ, ໜັງສືພີມ, ຮູບພາບ… ເຊິ່ງໄດ້ສ່ອງແສງໄລຍະ 86 ປີ ປະຫວັດສາດແຫ່ງການສ້າງຕັ້ງ ແລະ ການພັດທະນາຂອງ ພັກກອມມູນິດຫວຽດນາມ; ບົດບາດຂອງປະທານໂຮ່ຈີມີນ ໃນການສ້າງຕັ້ງ ແລະ ຝຶກຝົນຫຼໍ່ຫຼອມພັກ; ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ຜ່ານກອງປະຊຸມໃຫຍ່ຄັ້ງຕ່າງໆ; ບັນດາຂິດໝາຍສຳຄັນ ແລະ ບັນດາຜົນສຳເລັດອັນສະຫວ່າລາສີ ຂອງປະເທດ. ພິເສດ, ງານວາງສະແດງ ຍັງແນະນຳເຖິງມວນຊົນ ໄລຍະທາງ 70 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດຫວຽດນາມ. ເອກະສານເຫຼົ່ານີ້ ໄດ້ສະແດງໃຫ້ເຫັນໃນ 70 ປີ ຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ຜ່ານຜ່າ ບັນດາໄລຍະທາງອັນສະຫງ່າລາສີ, ສ້າງທີ່ຕັ້ງອັນໝັ້ນຄົງ ໃນຈິດໃຈຂອງປະຊາຊົນ, ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ນັບມື້ນັບຢັ້ງຢືນທີ່ຕັ້ງ, ບົດບາດ ເປັນອົງການຕົວແທນສູງສຸດຂອງປະຊາຊົນ. ພ້ອມກັບບັນດາເອກະສານທີ່ນຳມາວາງສະແດງ, ງານວາງສະແດງກໍ່ແນະນຳ ເຖິງຜູ້ອ່ານ ແລະ ປະຊາຊົນ ກ່ຽວກັບບົດໜັງສືພີມທີ່ດີເດັ່ນ 30 ບົດ ກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ, ບົດໜັງສືພີມທີ່ດີເດັ່ນ 30 ບົດ ກ່ຽວກັບ 30 ປີ ແຫ່ງການປ່ຽນແປງໃໝ່ຂອງປະເທດຊາດ.
ງານວາງສະແດງ ໄດ້ຈັດຕັ້ງຂື້ນເພື່ອເພື່ອຄຳນັບຊົມເຊີຍ ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ, ພ້ອມທັງໂຄສະນາເຜີຍແຜ່ ກ່ຽວກັບບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2016-2021 ໃຫ້ເຖິງປະຊາຊົນທຸກຊັ້ນຄົນ ແຂວງຖາຍງວຽນໄດ້ຮັບຊາບ.