ງານວາງສະແດງກ່ຽວກັບໄຊຊະນະດ້ຽນບຽນຝູ
ພາບປະກອບ
(vovworld) – ຕອນບ່າຍວັນທີ 10/4, ຢູ່ ຮ່າໂນ້ຍ, ສະມາຄົມວິຈິດສິນ ຫວຽດນາມ ໄດ້ຈັດຕັ້ງງານວາງສະແດງ “ສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະດ້ຽນບຽນຝູ” (1954 – 2014). ງານວາງສະແດງໄດ້ແນະນຳຜະລິດຕະພັນວິຈິດສິນ 92 ຢ່າງຄືຮູບສີຂັດມັນ, ຮູບຄວັດສະຫຼັກ, ຮູບພາບປຸກລະດົມ... ທີ່ສະແດງໃຫ້ເຫັນຮູບພາບປະທານ ໂຮ່ຈີມິນ, ພົນເອກ ຫວໍງວຽນຢາບ ແລະ ບັນດາຜູ້ບັນຊາການແນວຮົບກໍ່ຄືບັນດາວິລະກຳຂອງເຫຼົ່າທັບເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ ຢ່າງມີຊີວິດຊີວາ.
ບັນດາຜະລິດຕະພັນວິຈິດສິນທີ່ນຳມາວາງສະແດງຢູ່ທີ່ນີ້ລ້ວນແຕ່ແມ່ນຜະລິດຕະພັນໃໝ່ໄດ້ຮັບການປະດິດເພື່ອຕອບສະໜອງການປະດິດວິຈິດສິນສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ນັກຄົ້ນຄ້ວາວິຈິດສິນ ເລກວດບ໋າວ ຖືວ່າ: ການປະກອບສ່ວນຂອງງານວາງສະແດງແມ່ນການສຳພັດໃໝ່ກ່ຽວກັບຫົວຂໍ້ ດ້ຽນບຽນຝູ:
“ປະຈຸບັນ, ບັນດາຈິດຕະກອນໄດ້ຮູ້ເປີດກ້ວາງເນື້ອໃນຕາມກາລະເທສະ ແລະ ກາລະເວລາ ແລະ ໄດ້ຮັບເອົາບັນດາປັດໄຈເພື່ອປະດິດສ້າງເປັນການປະດິຂອງລຸ້ນປະຈຸບັນ.”