ງານວາງສະແດງມໍລະດົກຫວຽດນາມປີ 2016 ດຶງດູດແຂກມາຊົມ
ເປັນຈຳນວນຫລວງຫລາຍ
ພາບ:baomoi
|
(vovworld)- ຕອນເຊົ້າວັນທີ 23/10, ຢູ່ ນະຄອນ ຟານທຽດ ແຂວງ ບີງທ້ວນ, ວາລະສານ Vietnam Heritage ຂຶ້ນກັບສະມາຄົມມໍລະດົກວັດທະນະທຳ ຫວຽດນາມ ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ບີງທ້ວນ ຈັດຕັ້ງງານວາງສະແດງມໍລະດົກຫວຽດນາມປີ 2016. ງານວາງສະແດງພາບຖ່າຍມໍລະດົກຫວຽດນາມປີ 2016 ແມ່ນສຸມໃສ່ 5 ຫົວເລື່ອງ, ໃນນັ້ນ ມີຫົວເລື່ອງພິເສດແມ່ນ: “ບັນດາສາຍແມ່ນ້ຳຫວຽດນາມ” ແລະ 4 ຫົວເລື່ອງຍັງເຫລືອນັ້ນແມ່ນ: ທຳມະຊາດ, ວັດທະນະທຳບໍ່ມີຮູບຮ່າງ, ວັດທະນະທຳມີຮູບຮ່າງ, ຊີວິດການເປັນຢູ່. ຕາມຄະນະຈັດຕັ້ງງານວາງສະແດງແລ້ວ, ມີພາບຖ່າຍ 5.446 ແຜ່ນຂອງນັກຖ່າຍຮູບ 507 ຄົນໄດ້ສົ່ງເຖິງງານວາງສະແດງ, ໃນນັ້ນມີນັກຖ່າຍຮູບຊາວຕ່າງປະເທດ 14 ຄົນ.