(ພາບ:atv.org.vnatv.org.vnatv.org.vn)
( vovworld ) – ງານວາງສະແດງພາບແຕ້ມອາຊຽນ ປີ 2012 ໄດ້ດຳເນີນໄປແຕ່ວັນທີ 6-16/8 ຢູ່ຫໍພິພິດທະພັນວິຈິດສິນຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ງານວາງສະແດງໄດ້ວາງສະແດງພາບແຕ້ມ 130 ແຜ່ນຂອງບັນດານັກແຕ້ມທີ່ມາຈາກ 9 ປະເທດອາຊຽນ ຄື: ບຣູໄນ, ອິນໂດເນເຊຍ, ລາວ, ມາເລເຊຍ, ມ້ຽນມາ, ຟີລິບປິນ, ສິງປະໂປ, ໄທ ແລະ ຫວຽດນາມ. ການປະກວດ ແລະ ງານວາງສະແດງພາບແຕ້ມອາຊຽນ 2012 ແມ່ນການເຄື່ອນໄຫວສິລະປະຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມ ປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ນີ້ກໍ່ແມ່ນການເຄື່ອນໄຫວພົບປະແລກປ່ຽນດ້ານສິລະປະ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການພົວພັນຮ່ວມມືມິດຕະພາບ ກໍ່ຄືແບ່ງປັນພື້ນຖານວັດທະນະທຳສິລະປະຂອງບັນດາປະເທດສະມາຊິກອາຊຽນ. ຜູ້ນິຍົມສິລະປະຫວຽດນາມ ມີໂອກາດຮັບຊົມບັນດາພາບແຕ້ມທີ່ເຮັດດ້ວຍວັດຖຸຕ່າງໆ ຊື່ງນັກວິຈິດສິນບັນດາປະເທດອາຊຽນ ຍຸກສະໄໝປະຈຸບັນໄດ້ແຕ້ມໃນເວລາ 5 ປີມານີ້.