ຂັບແທນແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປຊຊ ບັນດາແຂວງທາງທິດຕາເວັນອອກສຽງເຫນືອ ຫວຽດນາມ |
(vovworld) - ວັນທີ 3/11, ຫໍພິພິດທະພັນແຂວງ Lang Son ໄດ້ຈັດຕັ້ງງານວາງສະແດງພາຍໃຕ້ຫົວຂໍ້ວ່າ: “ມໍລະດົກວັດທະນະທຳຂັບແທນ” ດ້ວຍວັດຖຸພັນ 300 ຊີ້ນ ແລະ ຮູບພາບຂອງຫໍພິພິດທະພັນບັນດາເຜົ່າ ຫວຽດນາມ ແລະ ແຂວງ Lang Son, Cao Bang, Dien Bien. ນີ້ແມ່ນການເຄ່ືອນໄຫວເປີດສາກໃຫ້ແກ່ງານມະໂຫລານຂັບແທນ, ພິນຕິ້ງ ທົ່ວປະເທດຄັ້ງທີ 4 ຊຶ່ງໄດ້ຮັບການຈັດຕັ້ງຂຶ້ນຢູ່ແຂວງ Lang Son. ງານວາງສະແດງໄດ້ແນະນຳບັນດາອຸປະກອນ, ຮູບພາບກ່ຽວກັບສິລະປະຂັບແທນ, ບັນດານັກສິລະປະກອນດີເດັ່ນ, ເຄື່ອງດົນຕີທຸກປະເພດ, ຊຸດອາພອນຮັບໃຊ້ການຂັບແທນຂອງບັນດາທ້ອງຖິ່ນ. ງານວາງສະແດງຄັ້ງນີ້ແມ່ນຊ່ວຍໃຫ້ຜູ້ຊົມເຂົ້າໃຈກ່ຽວກັບຈຸດເປັນເອກະລັກສະເພາະຂອງທຳນອງຂັບແທນ ແລະ ພິນຕິ້ງ, ແມ່ນການຢັ້ງຢືນກ່ຽວກັບຄຸນຄ່າຂອງຂັບແທນໃນຊາວຊົນເຜົ່າທຸກຊັ້ນວັນນະໄດ້ມີມູນເຊື້ອຂັບມາແຕ່ດົນນານແລ້ວ. ພ້ອມກັນນັ້ນປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ວຽກງານກະກຽມສຳເນົາເອກະສານສະເຫນີຕໍ່ UNESCO ຮັບຮອງຂັບແທນແມ່ນມໍລະດົກບໍ່ມີຮູບຮ່າງ.