ງານວາງສະແດງວັດຖຸພັນກ່ຽວກັບຂັບເຫ້ວແລະເຄື່ອງເຄືອບດິນເຜົາສະໄໝຫງວຽນ
(ພາບປະກອບ)
(vovworld) – ວັນທີ 22/11, ຫໍພິພິທະພັນວັດທະນະທຳ ເຫ້ວ ຈັດຕັ້ງງານວາງສະແດງດ້ວຍຫົວເລື່ອງສະເພາະວ່າ: “ບັນດາຮູບພາບ, ວັດຖຸພັນກ່ຽວກັບການຂັບ ເຫ້ວ ແລະ ເຄື່ອງເຄືອບດິນເຜົາສະໄໝ ຫງວຽນ”. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນປະທານ ໂຮ່ຈີມິນ ເຊັນລັດຖະດຳລັດອະນຸລັກຮັກສາວັດຖຸບູຮານໃນທົ່ວປະເທດ ຫວຽດນາມ ແລະ 10 ປີແຫ່ງວັນມໍລະດົກວັດທະນະທຳ ຫວຽດນາມ. ງານວາງສະແດງ ເພື່ອແນະນຳເຖິງມະຫາຊົນວັດຖຸພັນ, ຮູບພາບທີ່ກ່ຽວຂ້ອງເຖິງປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງຂັບ ເຫ້ວ ກ່ວາ 60 ຢ່າງຄື “ ເຄື່ອງດົນຕີບູຮານຂອງ ເຫ້ວ, ຂັບ ເຫ້ວ ໃນຕົ້ນສະຕະວັດທີ 20” ງານວາງສະແດງຍັງແນະນຳຊຸດເຄື່ອງເຄືອບລວມມີ 61 ເຄື່ອງຂອງສະໄໝ ຫງວຽນ ອີກ. ນັກຮຽບຮຽງວັດຖຸບູຮານ ຫງວຽນຮືວຮ່ວາງ ໃຫ້ຮູ້ວ່າ:
“ໃນງານວາງດສະແດງຄັ້ງນີ້ ເຮົາຢາກແນະນຳເຖິງມະຫາຊົນກ່ຽວກັບບັນດາວັດຖຸບູຮານທີ່ເຂັ້ມຂົ້ນໄປດ້ວຍຄຸນຄ່າວັດທະນະທຳປະຫວັດສາດຂອງ ຫວຽດ ນາມ. ຕົ້ນຕໍແມ່ນເຄື່ອງເຄືອບໃນສະໄໝລາຊະວົງຕ່າງໆ ແຕ່ສະໄໝ ເລ-ຈິ້ງ, ສະໄໝເຈົ້າກະສັດ ຫງວຽນ ແລະ ສະໄໝເຈົ້າຊີວິດ ຫງວຽນ. ”