ງານວາງສະແດງຮູບຖ່າຍກ່ຽວກັບເລື່ອງຈີນເຮັດໃຫ້ທະເລຕາເວັນອອກປ່ຽນແປງສະພາບເດີມ
ທ່ານປະທານ ສະມາຄົມຊາວ ສ.ເກົາຫຼີຜູ້ຮັກຫວຽດນາມ (VESAMO) Chang Ho – ick ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ |
(vovworld)- ວັນທີ 31/5, ສະມາຄົມຊາວສ.ເກົາຫຼີຜູ້ຮັກຫວຽດນາມ (VESAMO) ໄດ້ສົມທົບກັບມະຫາວິທະຍາໄລ ດົງວົນ ຂອງ ສ.ເກົາຫຼີ ໄຂງານວາງສະແດງຮູບຖ່າຍຢູ່ນະຄອນບູຊານກ່ຽວກັບເລື່ອງເຮັດໃຫ້ທະເລຕາເວັນອອກປ່ຽນແປງສະພາບເດີມ. ກ່າວຄຳເຫັນທີ່ງານວາງສະແດງ, ທ່ານປະທານ ສະມາຄົມຊາວ ສ.ເກົາຫຼີຜູ້ຮັກຫວຽດນາມ (VESAMO) Chang Ho – ick ໄດ້ຊີ້ແຈ້ງວ່າ ງານວາງສະແດງຄັ້ງນີ້ ແມ່ນສານຂອງ ສະມາຄົມຊາວ ສ.ເກົາຫຼີຜູ້ຮັກຫວຽດນາມ (VESAMO) ທີ່ຮຽກຮ້ອງຈີນຈົ່ງຢຸດຕິບັນດາການກະທຳກໍ່ຄວາມເຄັ່ງຕຶງ ແລະ ພຽງລຳພັງຝ່າຍດຽວ ເຮັດໃຫ້ທະເລຕາເວັນອອກປ່ຽນແປງສະພາບເດີມ, ຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມທະເລ ແລະ ຊີວະນາໆພັນຢູ່ທະເລຕາເວັນອອກ. ງານວາງສະແດງລວມມີຮູບຖ່າຍ 80ແຜ່ນກ່ຽວກັບຫາດຫີນຕ່າງໆທີ່ຂຶ້ນກັບ 2 ຫມູ່ເກາະຮ່ວາງຊາ ແລະ ເຈືອງຊາຂອງຫວຽດນາມບໃນຈຸດເວລາກ່ອນ,ພາຍຫຼັງ ແລະ ໃນເວລາຈີນປະຕິບັດການເຄື່ອນໄຫວເຮັດໃຫ້ທະເລຕາເວັນອອກປ່ຽນແປງສະພາບເດີມ. ງານວາງສະແດງຈະເປີດປະຕູຮອດວັນທີ 15/6 ຈຶ່ງອັດລົງ.