ງານວາງສະແດງຮູບພາບກ່ຽວກັບປະທານໂຮ່ຈິມິນຢູ່ອາເຊຣີແລະຢູແກຼນ
ງານວາງສະແດງຮູບພາບກ່ຽວກັບປະທານໂຮ່ຈິມິນ
(ພາບ: baotintuc.vn)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/05/1890 – 19/05/2015), ພັກກຳອຳນາດແນວໂຮມປົດປ່ອຍຊາດ (FLN) ອານເຊຣີ ໄດ້ຈັດງານວາງສະແດງພາບຖ່າຍກວ່າ 100 ແຜ່ນກ່ຽວກັບປະທານໂຮ່ຈິມິນ ແລະ ການພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ອາເຊຣີ ທີ່ສຳນັກງານ FLN ຢູ່ນະຄອນຫຼວງ Algiers.
ທີ່ງານວາງສະແດງ, ທ່ານ Bouhadja Said, ກຳມະການຄະນະການເມືອງ, ຮັບຜິດຊອບດ້ານສື່ສານຂອງພັກ FLN ໃຫ້ຮູ້ວ່າ: “ປີ 2015 ດຳເນີນຫຼາຍເຫດການສຳຄັນຂອງຊາດຫວຽດນາມ, ໃນນັ້ນມີພິທີສະເຫຼີມສະຫຼອງ 125 ປີແຫ່ງວັນຄ້ານວັນເກີດປະທານໂຮ່ຈິມິນ. ທີ່ອານເຊຣີ, ພວກຂ້າພະເຈົ້າຈະມານະພະຍາຍາມສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບກັບຫວຽດນາມ, ສະແດງໃຫ້ເຫັນວ່າ, ຍາມໃດ ອານເຊຣີ ກໍ່ຢູ່ຄຽງຂ້າງພວກເພື່ອນຫວຽດນາມ, ຮຽງບ່າຮຽງໄຫຼ່ກັບຊາດຫວຽດນາມ”. ທ່ານ Bouhadja Said ກໍ່ເຕື້ອງເຖິງຮູບພາບເກີບຢາງຂອງປະທານໂຮ່ຈິມິນ, ພ້ອມທັງເນັ້ນໜັກວ່າ, ປະທານໂຮ່ຈິມິນ ແມ່ນຜູ້ນຳປະຕິວັດທີ່ປີຊາສາມາດ, ຍິ່ງໃຫຍ່ແຕ່ພັດມີແບບແຜນດຳລົງຊີວິດຢ່າງລຽບງ່າຍ.
ທີ່ປະເທດຢູແກຼນ, ສະມາຄົມມິດຕະພາບຢູແກຼນ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳຢູແກຼນ ໄຂງານວາງສະແດງກ່ຽວກັບປະທານໂຮ່ຈິມິນ, ວັນທີ 15/05, ຢູ່ຫໍສະໝຸດສະພາແຫ່ງຊາດຢູແກຼນ ທີ່ນະຄອນຫຼວງ Kiev. ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນແມ້ງຈິ໋ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງສະມາຄົມມິດຕະພາບຢູແກຼນ - ຫວຽດນາມ ແລະ ບັນດາເພື່ອນມິດຢູແກຼນ ໃນສະພາແຫ່ງຊາດ, ກະຊວງການຕ່າງປະເທດໃນການສະສົມບັນດາພາບຖ່າຍ, ເອກະສານອັນລຳ້ຄ່າກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ, ພິເສດແມ່ນບັນດາການເຄື່ອນໄຫວຂອງເພີ່ນ ຢູ່ປະເທດຢູແກຼນ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ, ງານວາງສະແດງຮູບພາບກ່ຽວກັບປະທານໂຮ່ຈິມິນ ຄັ້ງນີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງທີ່ສຸດເພື່ອສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນຢູແກຼນ ກ່ຽວກັບປະທານໂຮ່ຈິມິນ, ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ຜ່ານນັ້ນໄດ້ປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, 2 ຊາດອ້າຍນ້ອງຫວຽດນາມ - ຢູແກຼນ.