ງານວາງສະແດງຮູບພາບ ກ່ຽວກັບທ່ານພົນເອກ ຫວໍຫງວຽນຢາບກັບ ໄວໜຸ່ມນະຄອນຫຼວງຮ່າໂນ້ຍ
(ພາບ:vov)
(vovworld)- ງານວາງສະແດງຮູບພາບ ‘’ ຫວນຄືນ 5 ປີແຫ່ງຂີດໝາຍການປະຕິບັດວຽກງານສະມາຄົມ ແລະ ຂະບວນການນັກສຶກສານະຄອນຫຼວງ ‘’ ໄດ້ຈັດຕັ້ງຂຶ້ນທີ່ຮ່າໂນ້ຍ ໃນວັນທີ 2-3/11. ໃນນັ້ນ, ຈຸດພົ້ນເດັ່ນໃນງານວາງສະແດງແມ່ນຮູບພາບ100 ກວ່າແຜ່ນດ້ວຍຫົວເລື່ອງ “ ທ່ານພົນເອກຫວໍຫງວຽນຢາບ ກັບໄວໜຸ່ມນະຄອນຫຼວງ“. ພິເສດແມ່ນຮູບພາບກ່ຽວກັບການພົບປະລະຫວ່າງຊາວໜຸ່ມດີເດັ່ນນະຄອນຫຼວງ 55 ຄົນກັບທ່ານພົນເອກຫວໍຫງວຽນຢາບ ໃນໂອກາດສະເຫຼີມສະຫຼອງໄຊຊະນະດຽນບຽນຟູ ຄົບຮອບ 55 ປີ. Trần Tuấn Anh, ນັກສຶກສາມະຫາວິທະຍາໄລເປີດຮ່າໂນ້ຍ ແບ່ງປັນວ່າ :
ງານວາງສະແດງໄດ້ສະແດງໃຫ້ເຫັນຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານ ພົນເອກຫວໍຫງວຽນຢາບ ໃນຊຸມປີປະເທດຊາດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ບັນດາຮູບພາບໄດ້ປຸກລຸກນັກສຶກສາພວກນ້ອງຕ້ອງພະຍາຍາມກວ່າອີກ ເພື່ອເຮັດໃຫ້ປະເທດຫວຽດນາມນັບມື້ນັບຮັ່ງມີເຂັ້ມແຂງສົມກັບການເສຍສະຫຼະຂອງລຸ້ນກ່ອນ“.