ງານວາງສະແດງຮູບພາບ “ອາຊຽນ-48ປີແຫ່ງສັນຕິພາບ,ພັດທະນາແລະ20ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ”
ງານວາງສະແດງຮູບພາບ “ອາຊຽນ - 48 ປີແຫ່ງສັນຕິພາບ,
ພັດທະນາ ແລະ 20 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ”
(ພາບ: hanoimoi.com.vn)
(vovworld) – ງານວາງສະແດງຮູບພາບ “ອາຊຽນ - 48 ປີແຫ່ງສັນຕິພາບ, ພັດທະນາ ແລະ 20 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ”, ຖືກໄຂຂຶ້ນໃນຕອນເຊົ້າວັນທີ 08/09, ຢູ່ຮ່າໂນ້ຍ, ດ້ວຍພາບຖ່າຍ 150 ແຜ່ນ ກ່ຽວກັບຜົນງານພົ້ນເດັ່ນເຊິ່ງແຕ່ລະປະເທດສະມາຊິກບັນລຸໄດ້ ພາຍຫຼັງເຂົ້າເປັນສະມາຊິກອາຊຽນ. ພິເສດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ, ຮ້ານວາງສະແດງຂອງປະເທດເຈົ້າພາບ ຫວຽດນາມ ແມ່ນຈຸດພົ້ນເດັ່ນຂອງງານວາງສະແດງ, ດ້ວຍພາບຖ່າຍ 30 ແຜ່ນ ທີ່ແນະນຳກ່ຽວກັບທັດສະນີຍະພາບທີ່ສວຍງາມຂອງປະເທດຊາດ ແລະ ຊາວຫວຽດນາມ, ບັນດາການເຄື່ອນໄຫວຂອງການນຳພັກ, ລັດ ທີ່ກອງປະຊຸມອາຊຽນຕ່າງໆ. ທ່ານໂຮ່ກວາງເລີ້ຍ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ.
“’ງານວາງສະແດງແມ່ນການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 20 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ. ພາບຖ່າຍ 150 ແຜນແມ່ນບັນດາຮູບພາບສວຍງາມທີ່ສຸດ ສະແດງໃຫ້ເຫັນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງປະຊາຊົນອາຊຽນ, ກໍຄືທີ່ຄັ້ງ ແລະ ການປະກອບສ່ວນຂອງຫວຽດນາມ ໃນປະຊາຄົມນີ້.”
ງານວາງສະແດງຈະຖືກດຳເນີນໄປຮອດວັນທີ 15/09 ຈຶ່ງຈະອັດລົງ.