ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະກົດໝາຍ”
ປະຊາຊົນ ແຂວງ ນິງບິ່ງເຂົ້າມາຊົມເປັນຈຳນວນຫຼວງຫຼາຍ
(vovworld) – ງານວາງສະແດງຖືກຈັດຂຶ້ນໃນຕອນເຊົ້າວັນທີ 1/8, ຢູ່ນະຄອນ ບັກນິງເຊິ່ງໄດ້ແນະນຳບັນດາເອກະສານ, ວັດຖຸ, ສິ່ງພິມ ແລະ ແຜນທີ່ເກືອບ 100 ແຜ່ນເຊິ່ງບັນການັກຄົ້ນຄ້ວາຢູ່ພາຍໃນ ແລະ ຕ່າງປະເທດໄດ້ປະກາດ.
ຄຽງຂ້າງແຜນທີ່ 65 ແຜນທີ່ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ໂດຍຝ່າຍຕາເວັນຕົກປະກາດແຕ່ສະຕະວັດທີ 17 ມາຮອດປະຈຸບັນແມ່ນຊຸດ Atlas 4 ເຫຼັ້ມ ພ້ອມກັບແຜນທີ່ 30 ແຜ່ນໂດຍ ຈີນ ຈຳໜ່າຍຜ່ານໄລຍະຕ່າງໆ, ພິສູດໃຫ້ເຫັນ ຈີນ ບໍ່ຄຸ້ມຄອງ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ. ດຣ ເຈີ່ນດຶກແອງເຊີນ, ຮອງຫົວໜ້າສະຖາບັນຄົ້ນຄ້ວາພັດທະນາເສດຖະກິດ ສັງຄົມ ດ່າໜັ້ງ, ໃຫ້ຂໍ້ມູນຂ່າວຕື່ມອີກກ່ຽວກັບຊຸດ Atlas ຂອງນັກພູມສາດຊາວ ແບນຊິກ, ທີ່ຈຳໜ່າຍເມື່ອປີ 1827 ພິສູດໃຫ້ເຫັນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ:
“ຊຸດ Atlas ຢູ່ແບນຊິກຄົບຖ້ວນ ແລະ ມີລະດັບສາກົນ, ມີ 6 ເຫຼັ້ມ, ໃນນັ້ນ ເຫຼັ້ມທີ 2 ເວົ້າເຖິງຫວຽດນາມ. ໂດຍເວົ້າແຈ້ງວ່າ ຮ່ວາງຊາ ແມ່ນຂຶ້ນກັບສະໄໝ ອານາມ ແລະ ໄດ້ແຕ້ມທີ່ຕັ້ງຈຸດພິກັດຢ່າງຊັດເຈນ ແລະ ມີການອະທິບາຍຢ່າງຈະແຈ້ງ. ໃນຊຸດ Atlas ນີ້ກໍ່ມີແຜນທີ່ ພິສູດໃຫ້ເຫັນວ່າ ຊາຍແດນຂອງ ຈີນ ມີແຕ່ຮອດເກາະ ໄຮໜານ ເທົ່ານັ້ນ. ສິ່ງດັ່ງກ່າວກໍ່ເໝາະສົມກັບເອກະສານປະຫວັດສາດຂອງ ຈີນ ແລະ ນີ້ແມ່ນພະຍານຫຼັກຖານດ້ານກົດໝາຍທີ່ສຳຄັນ.”