ພິທີໄຂໄຂງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈືອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” |
(vovworld)- ຕອນເຊົ້າວັນທີ 9/9, ຢູ່ນະຄອນເຊີນລາ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງເຊີນລາ ໄຂງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈືອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”. ງານ ວາງສະແດງໄດ້ວາງສະແດງວັດຖຸພັນ, ເອກະສານ, ສິ່ງພິມຫຼາຍຢ່າງຊຶ່ງຖືກຈັດແບ່ງເປັນ 12 ກຸ່ມ ແລະ ແຜນທີ່ເກືອບ 100 ແຜ່ນທີ່ຖືກປະກາດນັບແຕ່ກ່ອນເປັນຕົ້ນມາຂອງບັນດານັກຄົ້ນຄ້ວາ, ນັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດ. ງານວາງສະແດງແມ່ນມີຄວາມໝາຍຢ່າງເລິກເຊິ່ງຕໍ່ຊົນຊັ້ນຊາວໜຸ່ມໃນການປົກປັກຮັກສາ ແລະ ຢັ້ງຢືນອຳນາດອະທິປະໄຕຂອງຫວຽດນາມທີ່ມີຕໍ່ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ.